ເປຕຊື່ "ໂອກິລິນີ"

ທໍາໃນເບື້ອງຕົ້ນ

0:00/0:00

ທ່ານພຣະໂມກຄັນລານະກ່າວວ່າ

ອາວຸໂສ ! ຂ້ານ້ອຍລົງຈາກຄິດຊະກູດບັນພົດ ເຂດນະຄອນຣາຊະຄຶນີ້ ໄດ້ເຫັນ.... #ໂອກິລິນີເປຕຍິງ ມີຮ່າງກາຍຖືກໄຟລວກ ມີປໍ້ເຫື່ອໄຫລຍ້ອຍ ມີຖ່ານໄຟໂຮຍລົງ ລອຍໄປໃນເວຫາ ເປຕຍິງນັ້ນຮ້ອງໂອດໂອຍຄວນຄາງ

ຄັ່ງນັ້ນ ພຣະຜູ້ມີພຣະພາກຕຣັດສັ່ງກັບພິກຂຸທັງຫລາຍວ່າ

ພິກຂຸທັງຫລາຍ ! ..... #ໂອກິລິນີເປຕຍິງນັ້ນ ເຄີຍເປັນ ອັກຄະຣະມະເຫສີ ຂອງພຣະເຈົ້າກາລິງຄະ #ນາງເປັນຄົນຂີ້ຫຶງ ໄດ້ເອົາໝໍ້ກະທະເຕັມດ້ວຍຖ່າຍໄຟ ຖອກງວມສະຕຣີຮ່ວມສາມີ ດ້ວຍວິບາກແຫ່ງກັມນັ້ນ ເຂົາຖືກມົກໄໝ້ຢູ່ໃນນະລົກຫລາຍປີ ຫລາຍຮ້ອຍປີ ຫລາຍພັນປີ ຫລາຍແສນປີ ແລ້ງໄດ້ປະສົບອັຕຕະພາບເຊັ່ນນີ້ ດ້ວຍວິບາກແຫ່ງກັມນັ້ນແຫຼະ ທີ່ຍັງເປັນສ່ວນເຫຼືອຢູ່.


- ບາລີ ມຫາວິ. ວິ. ໑/໒໑໐/໒໙໕.


ເປຕຊື່ "ໂອກິລິນີ"

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ