ຜູ້ມີອຸປະກາຣະຫລາຍ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ! ພຣາມນ໌ແລະຄະຫະບໍດີທັງຫລາຍບຳຣຸງພວກເຈົ້າທັງຫລາຍດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ຊື່ວ່າເປັນຜູ້ມີອຸປະກາຣະຫລາຍແກ່ພວກເຈົ້າທັງຫລາຍ.
ພິກຂຸທັງຫລາຍ! ຂໍ້ທີ່ພວກເຈົ້າທັງຫລາຍສະແດງທັມອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາດພຣົມມະຈັນຍ໌ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະບໍຣິສຸທບໍຣິບູນສິ້ນເຊິງແກ່ພຣາມນ໌ແລະຄະຫະບໍດີເຫລົ່ານັ້ນ ກໍຊື່ວ່າເປັນຜູ້ມີອຸປະກາຣະຫລາຍແກ່ພຣາມນ໌ແລະຄະຫະບໍດີທັງຫລາຍ.
ພິກຂຸທັງຫລາຍ! ຄະຣືຫັສຖ໌ແລະບັນພະຊິຕຕ່າງກໍອາສັຍເຊິ່ງກັນແລະກັນຢູ່ ປະພຶດພຣົມມະຈັນຍ໌ເພື່ອຕ້ອງກາຣສະລັດອອກເຊິ່ງໂອຄະ ເພື່ອກະທຳທີ່ສຸດແຫ່ງທຸກຂ໌ໂດຍຊອບ ດ້ວຍປະກາຣຢ່າງນີ້.
ຄະຣືຫັສຖ໌ແລະບັນພະຊິຕທັງຫລາຍຕ່າງອາສັຍກັນແລະກັນທັງສອງຝ່າຍ ຍ່ອມຍັງສັທທັມອັນກະເສມຈາກໂຍຄະຊັ້ນຢ້ຽມໃຫ້ສຳເຣັຈ. ບັນພະຊິຕທັງຫລາຍຍ່ອມປາຖນາສະເພາະຈີວອຣ ບິນທະບາຕ ທີ່ນອນທີ່ນັ່ງ ແລະຄິລານະປັຈຈັຍ ອັນເປັນເຄື່ອງບັນເທົາເສຍເຊິ່ງອັນຕຣາຍຈາກຄະຣືຫັສຖ໌ທັງຫລາຍ.
ສ່ວນຄະຣືຫັສຖ໌ທັງຫລາຍຜູ້ຢູ່ຄອງເຮືອນອາສັຍພຣະອະຣິຍະຜູ້ປະຕິບັຕຊອບແລ້ວ ເຊື່ອຖ້ອຍຄຳຂອງພຣະອະຣະຫັນຕ໌ ມີປົກກະຕິພິຈາຣະນາຢູ່ດ້ວຍອະຣິຍະປັນຍາ ປະພຶດທັມອັນເປັນທາງນຳໄປສູ່ສຸຄະຕິ(ໃນສາສນານີ້) ມີຄວາມເພີດເພີນ ສເວີຍກາມ ບັນເທິງຢູ່ໃນເທວະໂລກ.
ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-
ສຸຕຕະນິບາຕ ໒໕/໒໔໗/໒໘໗
ຜູ້ມີອຸປະກາຣະຫລາຍ








