ກັມທີ່ເປັນເຫຕໃຫ້ໄດ້ຮັບຜົລ
ທໍາໃນເບື້ອງຕົ້ນ
ເປັນຄວາມກະເສືອກ ກະສົນ
ພິກຂຸ ທ. ! ເຮົາຈະສະແດງທັມປະຣິຍາຍ ອັນສະແດງ
ຄວາມກະເສືອກກະສົນໄປຕາມກັມ (ຂອງໝູ່ສັຕ)
ແກ່ພວກເຈົ້າ. ເຈົ້າທັງຫລາຍຈົ່ງຕັ້ງໃຈຟັງໃຫ້ດີ. ທັມ
ປະຣິຍາຍອັນສະແດງຄວາມກະເສືອກກະສົນໄປຕາມ
ກັມ (ຂອງໝູ່ສັຕ) ເປັນຢ່າງໃດໝໍ ?
ພິກຂຸ ທ. ! ສັຕທັງຫລາຍ ເປັນຜູ້ມີກັມເປັນຂອງຕົນ
ເປັນທາຍາດແຫ່ງ ກັມ ມີກັມເປັນກຳເນີດ ມີກັມ
ເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາສັຍ ກະທຳກັມ
ໃດໄວ້ດີກໍຕາມຊົ່ວກໍຕາມ ຈະເປັນຜູ້ຮັບຜົລກັມນັ້ນ.
ພິກຂຸ ທ. ! ຄົນບາງຄົນໃນກໍລະນີນີ້ ເປັນຜູ້ ມີປົກກະຕິທຳປານາຕິບາຕ ຫຍາບຊ້າ ມີຝ່າມືເປື້ອນດ້ວຍເລືອດ ມີແຕ່ການຂ້າແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິຕ. ເຂົາກະເສືອກກະສົນດ້ວຍ (ກັມທາງ) ກາຍ
ກະເສືອກກະສົນດ້ວຍ (ກັມທາງ) ວາຈາ ກະເສືອກ
ກະສົນດ້ວຍ (ກັມທາງ) ໃຈ., ກາຍຍະກັມຂອງເຂົາຄົດ ວະຈີກັມຂອງເຂົາຄົດ ມະໂນກັມຂອງເຂົາຄົດ., ຄະຕິຂອງເຂົາຄົດ ອຸບັຕຂອງເຂົາຄົດ.
ພິກຂຸ ທ. ! ສຳລັບຜູ້ມີຄະຕິຄົດ ມີອຸບັຕຄົດນັ້ນ ເຮົາກ່າວຄະຕິຢ່າງໃດ ຢ່າງໜຶ່ງໃນບັລດາຄະຕິສອງຢ່າງ ແກ່ເຂົາ ຄື ເຫລົ່າ ສັຕນະຣົກຜູ້ມີທຸກໂດຍສ່ວນດຽວ, ຫລືວ່າ ສັຕເດຣັຈສານ ຜູ້ມີກຳເນີດກະເສືອກກະສົນ ໄດ້ແກ່ ງູ ແມງງອດ ຂີ້ເຂັບ ຈອນພອນ ແມວ ໜູ ນົກເຄົ້າ ຫລືສັຕເດຣັຈສານເຫລົ່າອື່ນ ທີ່ເຫັນມະນຸຕແລ້ວກະ ເສືອກ ກະສົນ. ພິກຂຸ ທ. ! ພູຕສັຕຍ່ອມມີດ້ວຍອາການຢ່າງນີ້ ຄື ອຸປະບັຕ (ການເຂົ້າເຖິງພົພ) ຍ່ອມມີແກ່ພູຕສັຕ, ເຂົາທຳກັມໃດໄວ້ ເຂົາຍ່ອມອຸບັຕດ້ວຍກັມນັ້ນ, ຜັສສະທັງຫລາຍຍ່ອມຖືກຕ້ອງພູຕສັຕນັ້ນຜູ້ອຸບັຕແລ້ວ.
ພິກຂຸ ທ. ! ເຮົາກ່າວວ່າ ສັຕທັງຫລາຍເປັນທາຍາທແຫ່ງກັມ ດ້ວຍອາການຢ່າງນີ້ ດັ່ງນີ້.
- ທສກ. ອໍ. ໒໔/໓໐໙/໑໙໓.
(ໃນກໍລະນີແຫ່ງບຸກຄົລຜູ້ ກະທຳອະທິນນາທານ
ກາເມສຸມິຈສາຈາລ ກໍໄດ້ຕຣັສໄວ້ດ້ວຍ ຂໍ້ຄວາມຢ່າງ
ດຽວກັນກັບໃນກໍລະນີຂອງຜູ້ກະທຳປານາຕິບາຕດັ່ງ
ກ່າວມາແລ້ວຂ້າງເທິງທຸກປະການ., ແລະຍັງໄດ້ຕຣັສ
ເລີຍໄປເຖິງ ວະຈີທຸຈະຣິຕສີ່ ມະໂນທຸຈະຣິຕສາມ ດ້ວຍ ຂໍ້ຄວາມຢ່າງດຽວກັນອີກດ້ວຍ. )
ກັມທີ່ເປັນເຫຕໃຫ້ໄດ້ຮັບຜົລ








