ວິທີການສ້າງຊີວິດໃຫ້ມີຄວາມສຸຂຫລາຍ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ! ຜູ້ປະກອບດ້ວຍທັມ ໖ ປະການ ຍ່ອມເປັນຜູ້ມີຄວາມສຸຂແລະໂສມະນັສຫລາຍໃນປັຈຈຸບັນ ແລະຍ່ອມເປັນຜູ້ສ້າງເຫດເພື່ອຄວາມສິ້ນໄປແຫ່ງອາສະວະທັງຫລາຍ. ທັມ ໖ ປະການເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້

ເປັນຜູ້ຍິນດີໃນທັມ ໑

ເປັນຜູ້ຍິນດີໃນພາວະນາ ໑

ເປັນຜູ້ຍິນດີໃນການລະ ໑

ເປັນຜູ້ຍິນດີໃນຄວາມສະຫງົບ ໑

ເປັນຜູ້ຍິນດີໃນຄວາມບໍ່ພະຍາບາທ ໑

ເປັນຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ ໑

ພິກຂຸທັງຫລາຍ! ຜູ້ປະກອບດ້ວຍທັມ ໖ ປະການນີ້ແລ ຍ່ອມເປັນຜູ້ມີຄວາມສຸຂແລະໂສມະນັສຫລາຍໃນປັຈຈຸບັນ ແລະຍ່ອມເປັນຜູ້ສ້າງເຫດເພື່ອຄວາມສິ້ນໄປແຫ່ງອາສະວະທັງຫລາຍ.


- ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໘໓/໓໔໙.


ວິທີການສ້າງຊີວິດໃຫ້ມີຄວາມສຸຂຫລາຍ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ