ກັມທີ່ເປັນເຫຕໃຫ້ໄດ້ຮັບຜົລເປັນຄວາມບໍ່ ກະເສືອກ ກະສົລ

ທໍາໃນທ່າມກາງ

0:00/0:00

ພິກຂຸ ທ. ! ສັຕທັງຫລາຍ ເປັນຜູ້ມີກັມເປັນຂອງຕົນ

ເປັນທາຍາທແຫ່ງກັມ ມີກັມເປັນກັມເນີດ ມີກັມ

ເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາສັຍ ກະທຳ ກັມ

ໃດໄວ້ດີກໍຕາມຊົ່ວກໍຕາມ ຈະເປັນຜູ້ຮັບຜົລແຫ່ງກັມ

ພິກຂຸ ທ. ! ບຸກຄົລບາງຄົລໃນກໍລະນີນີ້ ລະປານາຕິບາຕ ເວັ້ນຂາດຈາກ ປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນນາເກື້ອກູນສັຕທັງຫລາຍ. ເຂົາບໍ່ກະເສືອກ ກະສົລດ້ວຍ (ກັມທາງ) ກາຍ ບໍ່ກະເສືອກ ກະສົລດ້ວຍ (ກັມທາງ)

ວາຈາ ບໍ່ກະເສືອກ ກະສົລດ້ວຍ (ກັມທາງ) ໃຈ.,

ກາຍ ກັມຂອງເຂົາຕົງ ວະຈີກັມຂອງເຂົາຕົງ

ມະໂນກັມຂອງເຂົາຕົງ : ຄະຕິຂອງເຂົາຕົງອຸບັຕຂອງ

ເຂົາຕົງ.

ພິກຂຸ ທ. ! ສຳລັບຜູ້ມີຄະຕິຕົງ ມີອຸບັຕຕົງ

ນັ້ນ ເຮົາກ່າວຄະຕິຢ່າງໃດຢ່າງໝຶ່ງໃນບັລດາຄະຕິ

ສອງຢ່າງແກ່ເຂົາ ຄືເຫລົ່າ ສັຕຜູ້ມີສຸຂ ໂດຍສ່ວນ

ດຽວ ໑ ຫລືວ່າ ຕະກູລອັນສູງ ຕະກູລຂັຕຕິຍະ

ມະຫາສາລ ຕະກູລພຣາມມະຫາສາລ ຫລືຕະກູລ

ຄະຫະບໍດີມະຫາສາລອັນມັ່ງຄັ້ງ ມີຊັບຫລາຍ ມີໂພຄະຫລາຍມີຄຳແລະເງິນຫລາຍ ມີອຸປະກອນແຫ່ງຊັບຫລາຍ. ພິກຂຸ ທ. ! ພູຕສັຕຍ່ອມມີດ້ວຍອາການຢ່າງນີ້ ຄືອຸບັຕ (ການເຂົ້າເຖິງພົພ) ຍ່ອມມີແກ່ພູຕສັຕ, ເຂົາທຳກັມໃດໄວ້ ເຂົາຍ່ອມອຸບັຕດ້ວຍກັມນັ້ນ, ຜັສສະທັງຫລາຍຍ່ອມຖືກຕ້ອງພູຕສັຕນັ້ນຜູ້ອຸບັຕແລ້ວ.

ພິກຂຸ ທ. ! ເຮົາກ່າວວ່າ ສັຕທັງຫລາຍ ເປັນທາຍາທແຫ່ງກັມ ດ້ວຍ

ອາການຢ່າງນີ້ ດັ່ງນີ້.

(ໃນກໍລະນີແຫ່ງບຸຄຄົລຜູ້ ບໍ່ກະທຳອະທິນນາທານ ບໍ່

ກະທຳກາເມສຸມິຈສາຈາລ ກໍໄດ້ ຕັຣສໄວ້ດ້ວຍຂໍ້ຄວາມຢ່າງດຽວກັນກັບໃນກໍລະນີຂອງຜູ້ບໍ່ກະທຳ

ປານາຕິບາຕ ດັ່ງກ່າວມາແລ້ວຂ້າງເທິງທຸກປະການ.,

ແລະຍັງໄດ້ຕຣັສເລີຍໄປເຖິງ ວະຈີ ສຸຈະຣິຕສີ່ ມະໂນສຸຈະຣິຕສາມ ດ້ວຍຂໍ້ຄວາມຢ່າງດຽວກັນອີກດ້ວຍ)

ພິກຂຸ ທ. ! ນີ້ແລ ຄືທັມປະຣິຍາຍ ອັນສະແດງຄວາມ

ກະເສືອກກະສົນ ໄປຕາມກັມ (ຂອງໝູ່ສັຕ).


- ທສກ. ອໍ. ໒໔/໓໑໑/໑໙໓.


ກັມທີ່ເປັນເຫຕໃຫ້ໄດ້ຮັບຜົລເປັນຄວາມບໍ່ ກະເສືອກ ກະສົລ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ