ຜູ້ປະສົບບຸນຍ໌ອັນຍິ່ງໃຫຍ່
ທໍາໃນທ່າມກາງ
ພິກຂຸທັງຫລາຍ ! ນັກບວຊຜູ້ມີສິລ ເຂົ້າໄປສູ່ຕະກູນໃດມະນຸສທັງຫລາຍໃນຕະກູລນັ້ນ ຍ່ອມປະສົບບຸນອັນຍິ່ງໃຫຍ່ ດ້ວຍຖານະ ໕ ຢ່າງ ໕ ຢ່າງເປັນຢ່າງໃດ? ຄື :
(໑) ໃນສະມັຍໃດ ຈິຕຂອງມະນຸສທັງຫລາຍ ຍ່ອມ
ເຫລື້ອມໃສ ເພາະໄດ້ເຫັນນັກບວຊຜູ້ມີສິລ ຊິ່ງເຂົ້າໄປສູ່ຕະກູລ ໃນສະມັຍນັ້ນ ຕະກຸລນັ້ນ ຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອສະຫວັນ.
(໒) ໃນສະມັຍໃດ ມະນຸສທັງຫລາຍ ພາກັນຕ້ອນຮັບ
ກາບໄຫວ້ ໃຫ້ອາສະນະແກ່ນັກບວຊຜູ້ມີສິລ ຊຶ່ງເຂົ້າໄປສູ່ຕະກູລ, ໃນສະມັຍນັ້ນ ຕະກູລນັ້ນ ຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການເກີດໃນສະກູລສູງ.
(໓) ໃນສະມັຍໃດ ມະນຸສທັງຫລາຍ ກຳຈັດມົນທິນຄື
ຄວາມຂີ້ຖີ່ເສັຍໄດ້ໃນນັກບວຊຜູ້ມີສິລ ຊຶ່ງເຂົ້າໄປສູ່
ຕະກູລ, ໃນສະມັຍນັ້ນ ຕະກູລນັ້ນ ຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການໄດ້ກຽດຕິສັກອັນໃຫຍ່.
(໔) ໃນສະມັຍໃດ ມະນຸສທັງຫລາຍ ຍ່ອມແຈກຈ່າຍທານຕາມສະຕິ ຕາມກຳລັງໃນນັກບວຊຜູ້ມີສິລ ຊື່ງເຂົ້າໄປສູ່ຕະກູລ, ໃນສະມັຍນັ້ນ ຕະກູລນັ້ນ ຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການໄດ້ໂພຄະຊັພໃຫຍ່.
(໕) ໃນສະມັຍໃດ ມະນຸສທັງຫລາຍ ຍ່ອມສໍ້ຖາມ
ສອບສວນ ຍ່ອມຟັງທັມໃນນັກບວຊຜູ້ມີສິລ ຊຶ່ງ
ເຂົ້າໄປສູ່ຕະກູລ, ໃນສະມັຍນັ້ນ ຕະກູລນັ້ນ ຊື່ວ່າ ປະຕິບັຕຂໍ້ປະຕິບັຕທີ່ເປັນໄປເພື່ອການໄດ້ປັນຍາໃຫຍ່.
ພິກຂຸທັງຫລາຍ ! ນັກບວຊຜູ້ມີສິລ ເຂົ້າໄປສູ່ຕະກູນ
ໃດ, ມະນຸສທັງຫລາຍໃນຕະກູນນັ້ນ ຍ່ອມປະສົບບຸນອັນຍິ່ງໃຫຍ່ ດ້ວຍຖານະ ໕ ຢ່າງເຫລົ່ານີ້ ແລ.
________________________________
-ບາລີ ປັນຈກ. ອໍ. ໒໒/໒໗໑/໑໙໙.
ຜູ້ປະສົບບຸນຍ໌ອັນຍິ່ງໃຫຍ່








