ການບໍ່ຮູ້ອະຣິຍະສັຈມືດຍິ່ງກວ່າໂລກັນຕິກະ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫຼາຍ ! ໂລກັນຕິກະ (ໂລກັນຕະນະຣົກ) ມີແຕ່ ຄວາມທຸກຂ໌ ມືດຄຶ້ມມົວເປັນໝອກ ສັຕໃນໂລກັນຕິກະນັ້ນ ບໍ່ ໄດ້ຮັບລັດສະໝີພະຈັນ ແລະພະອາທິຕເຊິ່ງມີລິດ ມີອານຸພາບ ເຊັ່ນນີ້.

ຂ້າແຕ່ ພຣະອົງຄ໌ ຜູ້ຈະເຣີນ ! ຄວາມມືດນັ້ນຫຼາຍ ຄວາມມືດນັ້ນຫຼາຍແທ້ໆ ຄວາມມືດຢ່າງອື່ນ ທີ່ ໃຫຍ່ຫຼວງ ກວ່າ ເປັນຕາຢ ້ານກວ່າ ຄວາມ ມືດນີ້ມີ ຢູ່ ອີກຫຼືບໍ່ ?

ພິກຂຸທັງຫຼາຍ ! ຄວາມມືດຢ່າງອື່ນທີ່ໃຫຍ່ຫຼວງກວ່າ ເປັນຕາຢ້ານກວ່າ ຄວາມຮ້ອນນີ້ ມີຢູ່. ຂ້າແຕ່ ພຣະອົງຄ໌ ຜູ້ ຈະເຣີນ ! ຄວາມມືດຢ່າງອື່ນ ທີ່ໃຫຍ່ຫຼວງ ກວ່າ ເປັນຕາຢ້ານກວ່າ ຄວາມມືດນີ້ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ກໍສະມະນະຫຼືພຣາມເຫຼົ່າໃດ ເຫຼົ່າໜຶ່ງ ຍ່ອມບໍ່ຮູ້ແຈ້ງຕາມຄວາມເປັນຈິງ ວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣດະຄາມິນີປະຕິປະທາ ສະມະນະ ຫຼືພຣາມເຫຼົ່ານັ້ນ ຍ່ອມຍິນດີໃນສັງຂາຣທັງຫຼາຍ ອັນເປັນໄປ ພ້ອມເພື່ອຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ

ຄວາມລໍາພັນ ຄວາມທຸກຂ໌ ຄວາມໂທມະນັດແລະຄວາມ ຄັບແຄ້ນໃຈ ຄັນຍິນດີແລ້ວ ຍ່ອມປຸງແຕ່ງ ຄັນປຸງແຕ່ງແລ້ວ ຍ່ອມຕົກໄປສູ່ຄວາມມືດ ຄື ຄວາມເກີດ ແດ່ ... ເຮົາກ່າວວ່າ “ສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ພົ້ນໄປຈາກຄວາມເກີດ ... ຍ່ອມບໍ່ພົ້ນໄປຈາກທຸກຂ໌.

ພິກຂຸທົງຫຼາຍ ! ສ່ວນສະມະນະຫຼືພຣາມເຫຼົ່າໃດ ເຫຼົ່າໜຶ່ງ ຍ່ອມຮູ້ແຈ້ງຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣດະຄາມິນີປະຕິປະທາ ສະມະນະ ຫຼືພຣາມເຫຼົ່ານັ້ນ ຍ່ອມບໍ່ຍິນດີໃນສັງຂາຣທັງຫຼາຍ ອັນເປັນໄປ ພ້ອມເພື່ອຄວາມເກີດ ... ຄັນບໍ່ຍິນດີແລ້ວ ຍ່ອມບໍ່ປຸງແຕ່ງ ... ຄັນບໍ່ປຸງແຕ່ງແລ້ວ ຍ່ອມບໍ່ຕົກໄປສູ່ຄວາມມືດ ຄື ຄວາມເກີດ ແດ່ ... ເຮົາກ່າວວ່າ “ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຫຼຸດພົ້ນ ໄປຈາກຄວາມເກີດ ... ຍ່ອມຫຼຸດພົ້ນໄປຈາກຄວາມທຸກຂ໌.

ພິກຂຸທັງຫຼາຍ ! ເພາະສະນັ້ນແລ ເຈົ້າທັງຫຼາຍຈົ່ງຕັ້ງ ຄວາມພຽນ ເພື່ອຮູ້ຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະ ສະມຸທັຍ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣດະຄາມິນີປະຕິປະທາ.


- ບາລີ ມຫາວາຣ. ສັງ. ໑໙/໕໖໖-໕໖໗/໑໗໓໙-໑໗໔໒.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ