ອານິສົງແຫ່ງການຈະເຣີນເມຕຕາເຈໂຕວິມຸຕ ໑໑ ປະການ
ທໍາໃນທີສຸດ
ພິກຂຸທັງຫລາຍ ! ເມື່ອເມຕຕາເຈໂຕວິມຸຕ ອັນບຸກຄົນເສບຄົບແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນໂດຍລຳດັບ ສັ່ງສົມດີແລ້ວ ປາຣົບດີແລ້ວ ຍ່ອມຫວັງອານິສົງ ໑໑ ປະການ, ໑໑ ປະການເປັນແນວໃດ? ຄື:
ຍ່ອມຫລັບເປັນສຸຂ ໑
ຍ່ອມຕື່ນເປັນສຸຂ ໑
ຍ່ອມບໍ່ຝັນຮ້າຍ ໑
ຍ່ອມເປັນທີ່ຮັກຂອງມະນຸສທັງຫລາຍ ໑
ຍ່ອມເປັນທີ່ຮັກຂອງອະມະນຸສທັງຫລາຍ ໑
ເທວະດາທັງຫລາຍຍ່ອມຮັກສາ ໑
ໄຟ ຢາພິດ ຫລືສັຕຕາຍ່ອມບໍ່ກ້ຳກ່າຍໄດ້ ໑
ຈິດຍ່ອມຕັ້ງໝັ້ນໂດຍໄວ ໑
ສີໜ້າຜ່ອງໃສ ໑
ເປັນຜູ້ບໍ່ຫລົງທຳກາລະ ໑
ເມື່ອບໍ່ບັນລຸທັມທີ່ຍິ່ງຂຶ້ນໄປຍ່ອມເຂົ້າເຖິງພຣົມມະໂລກ ໑
ພິກຂຸທັງຫລາຍ ! ເມື່ອເມຕຕາເຈໂຕວິມຸຕ ອັນບຸກຄົນເສບຄົບແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນໂດຍລຳດັບ ສັ່ງສົມດີແລ້ວ ປາຣົບດີແລ້ວ ຍ່ອມຫວັງອານິສົງ ໑໑ ປະການນີ້ແລ.
ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ທະກະສະ-ເອກາທະສະກະນິບາຕ ພາສາໄທ ສະບັບຫລວງ ເຫລັ້ມທີ ໒໔ ໜ້າທີ ໓໑໖/໒໒໒
ອານິສົງແຫ່ງການຈະເຣີນເມຕຕາເຈໂຕວິມຸຕ ໑໑ ປະການ








