ຊັບ 7 ປະການ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ! ຊັພຍ໌ ໗ ປະກາຣນີ້, ໗ ປະກາຣເປັນຢ່າງໃດ? ຄື:

ຊັພຍ໌ຄື ສັທທາ

ຊັພຍ໌ຄື ສີລ

ຊັພຍ໌ຄື ຫິຣິ

ຊັພຍ໌ຄື ໂອຕຕັປປະ

ຊັພຍ໌ຄື ສຸຕະ

ຊັພຍ໌ຄື ຈາຄະ

ຊັພຍ໌ຄື ປັນຍາ

ພິກຂຸທັງຫລາຍ! ຊັພຍ໌ຄືສັທທາເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອໃນພຣະປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພິກຂຸທັງຫລາຍ ນີ້ຮຽກວ່າ ຊັພຍ໌ຄືສັທທາ.

ພິກຂຸທັງຫລາຍ! ຊັພຍ໌ຄືສີລເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເວັ້ນຂາດຈາກກາຣຂ້າສັຕ, ເວັ້ນຂາດຈາກກາຣລັກຊັພຍ໌, ເວັ້ນຂາດຈາກກາຣປະພຶຕຜິດໃນກາມທັງຫລາຍ, ເວັ້ນຂາດຈາກກາຣເວົ້າຕົວະ, ເວັ້ນຂາດຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ. ພິກຂຸທັງຫລາຍ ນີ້ຮຽກວ່າ ຊັພຍ໌ຄືສີລ

ພິກຂຸທັງຫລາຍ! ຊັພຍ໌ຄືຫິຣິເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີຫິຣິ ຍ່ອມລະອາຍຕໍ່ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມລະອາຍຕໍ່ກາຣປະກອບທັມອັນເປັນບາບອະກຸສົລທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ຊັພຍ໌ຄືຫິຣິ.

ພິກຂຸທັງຫລາຍ! ຊັພຍ໌ຄືໂອຕຕັປປະເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີໂອຕຕັປປະ ຍ່ອມຢ້ານກົວຕໍ່ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມຢ້ານກົວຕໍ່ກາຣປະກອບທັມອັນເປັນບາບອະກຸສົລທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ຊັພຍ໌ຄືໂອຕຕັປປະ.

ພິກຂຸທັງຫລາຍ! ຊັພຍ໌ຄືສຸຕະເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນພະຫູສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ຍິນໄດ້ຟັງຫລາຍ ຊົງໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິ ເຊິ່ງທັມທັງຫລາຍ ອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ. ພິກຂຸທັງຫລາຍ ນີ້ຮຽກວ່າ ຊັພຍ໌ຄືສຸຕະ.

ພິກຂຸທັງຫລາຍ! ຊັພຍ໌ຄືຈາຄະເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີໃຈປາສະຈາກມັຈສະຣິຍະອັນເປັນມົລທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ ຍິນດີໃນກາຣສະລະ ຄວນແກ່ກາຣຂໍ ຍິນດີໃນທານແລະກາຣຈຳແນກທານ ຢູ່ຄອງເຮືອນ. ພິກຂຸທັງຫລາຍ ນີ້ຮຽກວ່າ ຊັພຍ໌ຄືຈາຄະ.

ພິກຂຸທັງຫລາຍ! ຊັພຍ໌ຄືປັນຍາເປັນຢ່າງໃດ?

ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ນີ້ຮຽກວ່າ ຊັພຍ໌ຄືປັນຍາ.

ພິກຂຸທັງຫລາຍ! ຊັພຍ໌ ໗ ປະກາຣນີ້ແລ.

ຊັພຍ໌ຄືສັທທາ, ສີລ, ຫິຣິ, ໂອຕຕັປປະ, ສຸຕະ, ຈາຄະ ແລະປັນຍາເປັນທີ ໗ ຊັພຍ໌ເຫລົ່ານີ້ມີແກ່ຜູ້ໃດ, ເປັນຍິງຫລືຊາຍກໍຕາມ ບັນດິຕຮຽກຜູ້ນັ້ນວ່າ ເປັນຄົນບໍ່ຍາກຈົນ ຊີວິຕຂອງເຂົາບໍ່ເປົ່າປະໂຍຊນ໌. ເພາະສະນັ້ນ ທ່ານຜູ້ມີປັນຍາ ເມື່ອຣະນຶກເຖິງຄຳສອນຂອງພຣະພຸທທະເຈົ້າທັງຫລາຍ ຄວນປະກອບສັທທາ ສີລ ຄວາມເຫລື້ອມໃສ ແລະກາຣເຫັນທັມ.


ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ໒໓/໕-໖/໖


ຊັບ 7 ປະການ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ