ສິກຂາ 3

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ! ສິກຂາ ໓ ນີ້ ສິກຂາ ໓ ເປັນຢ່າງໃດ? ຄື:

ອະທິສີລະສິກຂາ,

ອະທິຈິຕຕະສິກຂາ,

ອະທິປັນຍາສິກຂາ,

ພິກຂຸທັງຫລາຍ! ກໍອະທິສີລະສິກຂາເປັນຢ່າງໃດ?

ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສີລ ສັງຣວມຣະວັງໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາຣະຍາທແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ອະທິສີລະສິກຂາ.

ພິກຂຸທັງຫລາຍ! ກໍອະທິຈິຕຕະສິກຂາເປັນຢ່າງໃດ?

ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;

ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສເວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່. ພິກຂຸທັງຫລາຍ ນີ້ຮຽກວ່າ ອະທິຈິຕຕະສິກຂາ.

ພິກຂຸທັງຫລາຍ! ກໍອະທິປັນຍາສິກຂາເປັນຢ່າງໃດ?

ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌, ນີ້ເຫຕໃຫ້ເກີດທຸກຂ໌, ນີ້ຄວາມດັບແຫ່ງທຸກຂ໌, ນີ້ທາງດຳເນີນໃຫ້ເຖິງຄວາມດັບແຫ່ງທຸກຂ໌. ພິກຂຸທັງຫລາຍ ນີ້ຮຽກວ່າ ອະທິປັນຍາສິກຂາ.

ພິກຂຸທັງຫລາຍ! ສິກຂາ ໓ ເປັນຢ່າງນີ້ແລ.


ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໒໔/໕໒໙


ສິກຂາ 3

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ