ພັນທະສູດ ( ຍິງຍ່ອມຜູກໃຈຊາຍ ແລະ ຊາຍຍ່ອມຜູກໃຈຍິງ ດ້ວຍອາການ 8 ຢ່າງ )

ທໍາໃນເບື້ອງຕົ້ນ

0:00/0:00

ດູຣາພິກຂຸທັງຫລາຍ ! ຍິງຜູກມັດຊາຍໄວ້ດ້ວຍ ໘ ອາການ ໘ ຢ່າງ ໘ ຢ່າງເປັນແນວໃດໜໍ ?

ດູຣາພິກຂຸທັງຫລາຍ ! ຍິງຍ່ອມຜູກຊາຍ

#ດ້ວຍຮູບ

#ດ້ວຍການຍິ້ມແຍ້ມ

#ດ້ວຍຄຳເວົ້າ

#ດ້ວຍການຮ້ອງເພງ

#ດ້ວຍການຮ້ອງໄຫ້

#ດ້ວຍອາກັປປກິຣິຍາ

#ດ້ວຍຂອງກຳໜັດ

#ດ້ວຍຜັສສະ

ດູຣາພິກຂຸທັງຫລາຍ ! ຍິງຍ່ອມຜູກຊາຍໄດ້ດ້ວຍອາການ ໘ ຢ່າງນີ້ແລ

ດູຣາພິກຂຸທັງຫລາຍ ! ສັຕທີ່ຖືກຜູກດ້ວຍອາການ ໘ ຢ່າງນີ້ແລ ຊື່ວ່າຖືກ ຜູກດ້ວຍບ່ວງ ໆ

ດູຣາພິກຂຸທັງຫລາຍ ! ຊາຍຍ່ອມຜູກຍິງໄວ້ດ້ວຍອາການ ໘ ຢ່າງ ໘ ຢ່າງເປັນແນວໃດໜໍ ? ດູຣາພິກຂຸທັງຫລາຍ ! ຊາຍຍ່ອມຜູກຍິງໄວ້

#ດ້ວຍຮູບ

#ດ້ວຍການຍິ້ມແຍ້ມ

#ດ້ວຍການເວົ້າ

#ດ້ວຍການຮ້ອງເພງ

#ດ້ວຍການຮ້ອງໄຫ້

#ດ້ວຍອາກັປປກິຣິຍາ

#ດ້ວຍຂອງກຳໜັດ

#ດ້ວຍຜັສສະ

ດູຣາພິກຂຸທັງຫລາຍ ! ຊາຍຍ່ອມຜູກຍິງດ້ວຍອາການ ໘ ຢ່າງນີ້ແລ

ດູຣາພິກຂຸທັງຫລາຍ ! ສັຕທີ່ຖືກຜູກດ້ວຍອາການ ໘ ຢ່າງນີ້ແລຊື່ວ່າຖືກຜູກດ້ວຍບ່ວງ ໆ


-ພຣະໄຕປີດົກ ສະບັບບາລີສະຫຍາມຣັດ ( ພາສາໄທ )

ເຫລັ້ນທີ ໒໓

-ພຣະສຸຕຕັນຕະປີດົກ ເຫລັ້ມທີ ໑໕ ຫນ້າທີ່ ໑໕໐/໓໗໙.


ພັນທະສູດ ( ຍິງຍ່ອມຜູກໃຈຊາຍ ແລະ ຊາຍຍ່ອມຜູກໃຈຍິງ ດ້ວຍອາການ 8 ຢ່າງ )

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ