ທີ່ຕັ້ງຢູ່ຂອງວິນຍານ (ນັຍທີ ໒)

ທໍາໃນທີສຸດ

0:00/0:00

ພິກຂຸທັງຫຼາຍ ! ສິ່ງທີ່ໃຊ້ເປັນພືດ ມີ ໕ ຢ່າງເຫຼົ່ານີ້. ໕ ຢ່າງ ແນວໃດໜໍ ? ໕ ຢ່າງຄື :

(໑) ພືດຈາກເຫງົ້າຫຼືຮາກ (ມູລະພີຊະ)

(໒) ພືດຈາກຕົ້ນ (ຂັນທະພີຊະ)

(໓) ພືດຈາກຕາຫຼືໝາກ (ຜະລະພີຊະ)

(໔) ພືດຈາກຍອດ (ອັກຄະພີຊະ)

(໕) ພືດຈາກໃນ (ເມັດ) (ພີຊະພີຊະ)

ພິກຂຸທັງຫຼາຍ ! ຖ້າສິ່ງທີ່ໃຊ້ເປັນພືດ ໕ ຢ່າງເຫຼົ່ານີ້ ທີ່ ບໍ່ຖືກທໍາລາຍ ຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມແລະແດດ ຍັງມີເຊື້ອງອກບໍຣິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ ແຕ່ ດິນນໍ້າ ບໍ່ມີ .

ພິກຂຸທັງຫຼາຍ ! ສິ່ງທີ່ໃຊ້ເປັນພືດ ໕ ຢ່າງ ເຫລົ່ານີ້ຈະ ຍ່ອມຈະເຣີນງອກງາມ ໄດ້ຫຼືບໍ່ ?

ບໍ່ເປັນແບບນັ້ນ ຂ້ານ້ອຍ !

ພິກຂຸທັງຫຼາຍ ! ຖ້າສິ່ງທີ່ໃຊ້ເປັນພືດ ໕ ຢ່າງ ເຫຼົ່ານີ້ແລ ທີ່ບໍ່ຖືກທໍາລາຍຍັງບໍ່ເນົ່າເປື່ອຍ ຍັງບໍ່ແຫ້ງເພາະລົມແລະແດດ ຍັງມີເຊື້ອແຕກໜໍ່ບໍຣິບູນຢູ່ ແລະອັນເຈົ້າຂອງເກັບໄວ້ດ້ວຍດີ ທັງດິນ ນໍ້າ ກໍມີດ້ວຍ.

ພິກຂຸທັງຫຼາຍ ! ສິ່ງທີ່ໃຊ້ເປັນພືດ ໕ ຢ່າງເຫລົ່ານີ້ ຈະ ຍ່ອມຈະເຣີນງອກງາມໄພບູນໄດ້ ແມ່ນຫລືບໍ່ ?

ເຊັ່ນນັ້ນ ຂ້ານ້ອຍ !

ພິກຂຸທັງຫລາຍ ! ວິນຍານຖິຕິ ໔ ຢ່າງ (ຮູບ ເວທະນາ ສັນຍາ ສັງຂາຣ) ຈົ່ງ ເຫັນວ່າ ເໝືອນກັບ ດິນ.

ພິກຂຸທັງຫລາຍ ! ນັນທິຣາຄະ (ຄວາມກໍາໜັດດ້ວຍອໍານາດແຫ່ງຄວາມເພີນ) ຈົ່ງເຫັນວ່າເໝືອນກັບ ນໍ້າ.

ພິກຂຸທັງຫລາຍ ! ວິນຍານ ຊຶ່ງປະກອບດ້ວບປັດຈັຍ ຈົ່ງເຫັນວ່າ ເໝືອນກັບ ພືດສົດທັງ ໕ ນັ້ນ.

ພິກຂຸທັງຫຼາຍ ! ວິນຍານ ຊຶ່ງຖືເອົາຮບູ ຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວິນຍານທີ່ມີຮບູເປັນອາຣົມ ມີຮບູເປັນທີ່ຕັ້ງອາໄສ ມີນັນທິ ເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເຣີນ ງອກງາມ ໄພບູນໄດ້.

ພິກຂຸທັງຫລາຍ ! ວິນຍານ ຊຶ່ງຖືເອົາເວທະນາ ຕັ້ງຢູ່ ກໍຕັ້ງຢູ່ໄດ້ ເປັນວິນຍານທີ່ມີເວທະນາເປັນອາຣົມ ມີເວທະນາ ເປັນທີ່ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມ ຈະເຣີນ ງອກງາມ ໄພບູນໄດ້.

ພິກຂທຸັງຫລາຍ ! ວິນຍານ ຊຶ່ງຖືເອົາສັນຍາ ຕັ້ງຢູ່ ກໍຕັ້ງ ຢູ່ໄດ້ ເປັນວິນຍານທີ່ມີສັນຍາເປັນອາຣົມ ມີສັນຍາເປັນທີ່ຕັ້ງ ອາໄສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເຣີນ ງອກງາມ ໄພບູນໄດ້.

ພິກຂຸທັງຫລາຍ ! ວິນຍານ ຊຶ່ງຖືເອົາສັງຂາຣ ຕັ້ງຢູ່ ກໍ ຕັ້ງຢູ່ໄດ້ ເປັນວິນຍານທີ່ມີສັງຂາຣເປັນອາຣົມ ມີສັງຂາຣເປັນທີ່ ຕັ້ງອາໄສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເຣີນ ງອກງາມ ໄພບູນໄດ້.

ພິກຂຸທັງຫລາຍ ! ຜູ້ໃດຈະຍ່ອມກ່າວດັ່ງນີ້ວ່າ ເຮົາຈະບັນຍັດເຊິ່ງການມາ ການໄປ ການຈຕຸິ (ການຕາຍ) ການອຸບັດ (ການເກີດ) ຄວາມຈະເຣີນ ຄວາມງອກງາມ ແລະຄວາມໄພບູນຂອງວິນຍານ ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະເວັ້ນຈາກສັງຂາຣ ດັ່ງນີ້ນັ້ນ. ນີ້ບໍ່ແມ່ນຖານະທີ່ຈະມີໄດ້ເລີຍ.

ພິກຂຸທັງຫລາຍ ! ຖ້າຣາຄະໃນຮູບທາດ ໃນເວທະນາທາດ ໃນສັນຍາທາດ ໃນສັງຂາຣທາດ ໃນວິນຍານທາດ ເປັນສິ່ງທີ່ ພິກຂຸລະໄດ້ແລ້ວ.

ເພາະລະຣາຄະໄດ້ ອາຣົມສໍາລັບວິນຍານກໍຂາດລົງ ທີ່ຕັ້ງຂອງວິນຍານກໍບໍ່ມີ ວິນຍານອັນບໍ່ມີທີ່ຕັ້ງນັ້ນ ກໍບໍ່ງອກງາມ ຫລຸດພົ້ນໄປ ເພາະບໍ່ຖືກປຸງແຕ່ງ ເພາະຫລຸດພົ້ົ້ນໄປ ກໍຕັ້ງໝັ້ນ ເພາະຕັ້ງໝັ້ນ ກໍຍີນດີໃນຕົນເອງ ເພາະຍີນດີໃນຕົນເອງ ກໍບໍ່ຫວັ່ນໄຫວ ເມື່ອບໍ່ຫວັ່ນໄຫວ ກໍປະຣິນິບພານສະເພາະຕົນ ຍ່ອມຮູ້ແຈ້ງວ່າ ຊາດດັບສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ ດັ່ງນີ້.


- ບາລີ ຂັນທ. ສັງ. ໑໗/໖໗-໖໘/໑໐໖-໑໐໗.


ທີ່ຕັ້ງຢູ່ຂອງວິນຍານ (ນັຍທີ ໒)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ