ສິ່ງທີ່ບັນພະຊິຕຄວນພິຈາຣະນາເນື່ອງໆ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ ອັນບັນພະຊິຕຄວນພິຈາຣະນາເນື່ອງໆ; ໑໐ ປະກາຣເປັນຢ່າງໃດ?

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ເຮົາເປັນຜູ້ມີເພດຕ່າງຈາກຄະຣືຫັສຖ໌ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ກາຣລ້ຽງຊີພຂອງເຮົາເນື່ອງດ້ວຍຜູ້ອື່ນ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ອາກັປກິຣິຍາຢ່າງອື່ນທີ່ເຮົາຄວນກະທຳມີຢູ່ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ເຮົາຍ່ອມຕິຕຽນຕົນໄດ້ໂດຍສີລຫລືບໍ່ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ເພື່ອນພຣົມມະຈັນຍ໌ທັງຫລາຍຜູ້ເປັນວິນຍູຊົນພິຈາຣະນາແລ້ວ ຕິຕຽນເຮົາໄດ້ໂດຍສີລຫລືບໍ່ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ເຮົາຕ້ອງພັດພາກຈາກຂອງຮັກຂອງຊອບໃຈທັງສິ້ນ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ເຮົາເປັນຜູ້ມີກັມເປັນຂອງຕົນ ເປັນທາຍາທແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາສັຍ ເຮົາກະທຳກັມໃດ ດີກໍຕາມ ຊົ່ວກໍຕາມ ເຮົາຈັກເປັນຜູ້ຮັບຜົລຂອງກັມນັ້ນ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ວັນຄືນລ່ວງໄປໆ ບັດນີ້ເຮົາເຮັດຫຍັງຢູ່ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ເຮົາຍ່ອມຍິນດີໃນເຮືອນວ່າງຫລືບໍ່ ໑

ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ ຍານທັສສະນະອັນວິເສສທີ່ສາມາດກຳຈັດກິເລສ ອັນເປັນອະຣິຍະ ຄື ອຸຕຕະຣິມະນຸສສະທັມອັນເຮົາໄດ້ບັນລຸແລ້ວມີຢູ່ຫລືໜໍ ທີ່ເປັນເຫຕໃຫ້ເຮົາຜູ້ທີ່ເພື່ອນພຣົມມະຈັນຍ໌ຖາມແລ້ວ ຈັກເປັນຜູ້ບໍ່ເກີ້ເຂີນໃນກາລພາຍຫລັງ ໑

ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ແລ ອັນບັນພະຊິຕຄວນພິຈາຣະນາເນື່ອງໆ.


ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໘໐/໔໘


ສິ່ງທີ່ບັນພະຊິຕຄວນພິຈາຣະນາເນື່ອງໆ 

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ