ຄົນໃນບັນຊີ
ທໍາໃນທ່າມກາງ
ພິກຂຸທັງຫລາຍ ! ກໍພິກຂຸເຫລົ່າໃດ
ເປັນຜູ້ບໍ່ຫລອກລວງ ບໍ່ເວົ້າເພີ້ເຈີ້
ສະຫລາດ ບໍ່ເປັນຄົນກະດ້າງ
ມີໃຈເປັນສະມາທິດີ
ພິກຂຸທັງຫລາຍ ! ພິກຂຸເຫລົ່ານັ້ນ "ເປັນຄົນຂອງເຮົາ" .
ພິກຂຸທັງຫລາຍ ! ກໍພິກຂຸເຫົລ່ານັ້ນ ບໍ່ໄດ້ອອກໄປນອກທັມວິນັຍນີ້ ແລະ ພວກທ່ານ ຈັກເຖິງຄວາມຈະເຣີນງ້ອກງາມໄພບູນ ໃນທັມວິນັຍນີ້ ແລ .
- ບາລີ ພຣະພຸທທະພາສິຕ ຈຕກກ. ອໍ. 21/34/26.
ຄົນໃນບັນຊີ








