ມັກໃຫ້ຜູ້ຍິງຖະນຸຖະຫນອມ
ທໍາໃນເບື້ອງຕົ້ນ
ພຣາມ !
ມີສະມະນະຫລືພຣາມບາງຄົນ ໃນໂລກນີ້ ປະຕິຍານຕົວວ່າເປັນ"ພຣົມມະຈາຣີໂດຍຖືກຕ້ອງ" ເຂົາບໍ່ເສບເມຖຸນທັມກັບມາຕຸຄາມກໍຈິງແລ
ແຕ່ວ່າ ເຂົາຍັງ ຍິນດີກັບການລູບທາ ການຂັດສີ ການອາບ ການນວດບີບ ທີ່ທຳໃຫ້ ໂດຍມາຕຸຄາມ,
ເຂົາຊາບຊຶ່ງ ຍິນດີດ້ວຍການທຳເຊັ່ນນັ້ນຈາກ ມາຕຸຄາມ.
ພຣາມ ! ນີ້ແລ ຄື
ຄວາມຂາດ ຄວາມທະລຸ ຄວາມດ່າງ ຄວາມພ້ອຍ ຂອງພຣົມມະຈັນຍ໌.
ພຣາມ !
ເຮົາກ່າວວ່າ ຜູ້ນີ້ປະພຶດພຣົມມະຈັນບໍ່ບໍຣິສຸດ
ຍັງປະກອບດ້ວຍການກ່ຽວພັນດ້ວຍເມຖຸນ
ຍ່ອມບໍ່ພົ້ນຈາກຄວາມເກີດ ຄວາມແກ່ ແລະຄວາມຕາຍ ຄວາມໂສກ ຄວາມຮ່ຳໄຮລຳພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ, ຊື່ວ່າຍັງບໍ່ພົ້ນຈາກຄວາມທຸກຂ໌ໄດ້.
- ບາລີ ພຣະພຸທທະພາສິຕ ສຕຕກ. ອໍ. ໒໓/໕໖/໔໗.
ມັກໃຫ້ຜູ້ຍິງຖະນຸຖະຫນອມ








