ທີ່ເພິ່ງຜິດ
ທໍາໃນເບື້ອງຕົ້ນ
🌳ມະນຸດທັງຫລາຍເປັນຈຳນວນຫລາຍ ຖືກຄວາມຍ້ານກົວຄຸກຄາມເອົາແລ້ວ ຍ່ອມຍຶດຖືເອົາພູເຂົາແດ່ ປ່າໄມ້ສັກສິດແດ່ ສວນສັກສິດແດ່ ລຸກຂະເຈດີແດ່ ວ່າເປັນທີ່ເພິ່ງຂອງຕົນໆ: ນັ້ນບໍ່ແມ່ນທີ່ເພິ່ງອັນສ້າງຄວາມກະເສມໃຫ້ໄດ້ເລີຍ, ນັ້ນບໍ່ແມ່ນທີ່ເພິ່ງອັນສູງສຸດ; ຜູ້ໃດຖືເອົາສິ່ງນັ້ນໆ ເປັນທີ່ເພິ່ງແລ້ວ ຍ່ອມບໍ່ຫລຸດພົ້ນໄປຈາກທຸກທັງປວງໄດ້.
🌳ສ່ວນຜູ້ໃດ ເຖິ່ງພຣະພຸດ ພຣະທຳ ພຣະສົງ ເປັນທີ່ເພິ່ງແລ້ວ ເຫັນອະຣິຍະສັດທັງສີ່ ດ້ວຍປັນຍາອັນຖືກຕ້ອງ ຄື :
ເຫັນທຸກ,
ເຫັນເຫດໃຫ້ເກີດຂື້ນແຫ່ງທຸກ,
ເຫັນຄວາມກ້າວລ່ວງເສຍໄດ້ເຊິ່ງທຸກ, ແລະ
ເຫັນມັກປະກອບດ້ວຍອົງແປດອັນປະເສີດ
ເຊິ່ງເປັນເຄື່ອງໃຫ້ເຖິ່ງຄວາມເຂົ້າໄປສະຫງົບລຳຫງັບແຫ່ງທຸກ: ນັ້ນແຫລະຄື ທີ່ເພິ່ງອັນກະເສມ, ນັ້ນຄື ທີ່ເພິ່ງອັນສູງສຸດ; ຜູ້ໃດຖືເອົາທີ່ເພິ່ງນັ້ນແລ້ວ ຫລຸດພົ້ນໄປຈາກທຸກທັງປວງ ໄດ້ແທ້.
ບາລີ 25/40/24
ທີ່ເພິ່ງຜິດ








