ຄວາມເປັນໂສດາບັນ ປະເສີດກ່ວາເປັນພຣະເຈົ້າຈັກກະພັດ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ ! ແມ້ພຣະເຈົ້າຈັກກະພັດ ໄດ້ຄອງຄວາມເປັນໃຫຍ່ຍິ່ງ ແຫ່ງທະວີບທັງສີ່ ເບື້ອງຫນ້າຈາກການຕາຍເພາະຮ່າງກາຍແຕກດັບ ອາດໄດ້ເຂົ້າເຖິງສຸດຕິໂລກສະຫວັນ ເປັນສະຫາຍຢູ່ຮ່ວມກັບເຫລົ່າເທວະດາຊັ້ນດາວະດຶງ ຖືກແວດລ້ອມຢູ່ດ້ວຍຫມູ່ນາງອັກສອນນັນທະວັນ ທ້າວທ່ານເປັນຜູ້ເອີບອື່ມພຽບພ້ອມດ້ວຍກາມມະຄຸນທັງຫ້າອັນເປັນຂອງທິບ ຢ່າງນີ້ກໍ່ຕາມ ແຕ່ຢ່າງນັ້ນ ທ້າວທ່ານກໍ່ຍັງ ລອດພົ້ນໄປບໍ່ໄດ້ຈາກນາຫຼົກ ຈາກກຳເນີດເດຍລະສານ ຈາກວິໄສແຫ່ງເປດ ແລະ ຈາກອະບາຍ ທຸຄະຕິ ວິນິບາດ.
ບາລີ ສັງຍຸດຕະນິກາຍ ໑໙/໔໒໘-໔໒໙/໑໔໑໑-໑໓໑໓
ຄວາມເປັນໂສດາບັນ ປະເສີດກ່ວາເປັນພຣະເຈົ້າຈັກກະພັດ








