ຕະຖາຄົດວິຫານ(ອານາປານະສະຕິ)

ທໍາໃນທີສຸດ

0:00/0:00

ພິກຂຸທັງຫລາຍ!

ທຳຢ່າງໜຶ່ງອັນບຸກຄົນຈະເລີນແລ້ວເຮັດໃຫ້ຫລາຍແລ້ວຍ່ອມເປັນໄປເພື່ອຄວາມເບື່ອໜ້າຍໂດຍສ່ວນດຽວ ເພື່ອຄາຍກຳໜັດ ເພື່ອຄວາມດັບ ເພື່ອຄວາມສະງົບ ເພື່ອຄວາມຮູ້ຍີ່ງ ເພື່ອຄວາມຕຣັດສະຮູ້ ເພື່ອນິພານ.

ທຳຢ່າງໜຶ່ງຄືອັນໃດ?

ຄື "ອານາປານະສະຕິ"


ພິກຂຸທັງຫລາຍ!

ເມື່ອຜູ້ໃດຈະກ່າວໃຫ້ຖືກຕາມທຳວ່າເປັນ ອະຣິຍະວິຫານກໍດີ ວ່າເປັນພົມມະວິຫານກໍດີ ວ່າເປັນຕະຖາຄົດວິຫານກໍດີ ທ່ານຈົ່ງກ່າວ "ອານາປານະສະຕິ" ນີ້ແລ ວ່າເປັນ ອະຣິຍະວິຫານ ວ່າເປັນພົມມະວິຫານ ວ່າເປັນຕະຖາຄົດວິຫານ.


ຕະຖາຄົດວິຫານ(ອານາປານະສະຕິ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ