ບຸກຄົນທີ່ຫລັບໜ້ອຍຕື່ນຫລາຍໃນຣາຕຣີ(ນອນໜ້ອຍ)

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ! ບຸກຄົນ 5 ຈຳພວກນີ້

ຍ່ອມຫລັບໜ້ອຍຕື່ນຫລາຍໃນຣາຕຣີ

5 ຈຳພວກເປັນຢ່າງໃດ? ຄື:

1. ສະຕຣີທີ່ຄິດເຖິງບຸຣຸດ

2. ບຸຣຸດທີ່ຄິດເຖິງສະຕຣີ 

3. ໂຈນຜູ້ຄິດຈະລັກຊັບ 

4. ພຣະຣາຊາຜູ້ບຳເພັນພຣະຣາຊະກໍຣະນີຍະກິດ

5. ພິກຂຸຜູ້ຄິດຝັກໄຝ່ໃນທັມທີ່ປາສະຈາກສັງໂຍດ.

ພິກຂຸທັງຫລາຍ! ບຸກຄົນ 5 ຈຳພວກນີ້ແລ

ຍ່ອມຫລັບໜ້ອຍຕື່ນຫລາຍໃນຣາຕຣີ.


ອັງຄຸຕຕະຣະນິກາຍ

ປັນຈະກະ-ສັກກະນິບາຕ ໒໒/໑໔໑/໑໓໗


ບຸກຄົນທີ່ຫລັບໜ້ອຍຕື່ນຫລາຍໃນຣາຕຣີ(ນອນໜ້ອຍ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ