ການຕອບເເທນບຸນຄຸນມານດາບິດາຢ່າງສູງສຸດ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫຼາຍ ! ເຮົາກ່າວການຕອບແທນ ບໍ່ໄດ້ງ່າຍ ແກ່ທ່ານທັງສອງ. ທ່ານທັງສອງຄືໃຜໜໍ ? ຄື ມານດາ 1 ບິດາ 1

ພິກຂຸທັງຫຼາຍ ! ບຸດຍ່ອມປະຄັບປະຄອງ ມານດາດ້ວຍ ບ່າເບື້ອງໜຶ່ງ ປະຄັບປະຄອງບິດາດ້ວຍບ່າເບື້ອງໜຶ່ງເຂົາ ມີອາຍຸ ມີຊີວິຕຢູ່ຕະຫຼອດຮ້ອຍປີ ແລະ ເຂົາຍ່ອມປະຕິບັຕຕໍ່ ທ່ານທັງສອງນັ້ນດ້ວຍການຮົມຢາ ບີບນວດ ການອາບນໍ້າ ແລະ ການຖູ ແລະ ທ່ານທັງສອງນັ້ນ ຍ່ອມຖ່າຍອຸດຈາຣະ ປັດສາວະເທິງບ່າທັງສອງຂອງເຂົານັ້ນເອງ. 

ພິກຂຸທັງຫຼາຍ! ການກະທໍາຢ່າງນັ້ນ ຍັງບໍ່ທັນຊື່ວ່າອັນບຸດກະທໍາແລ້ວ ຫຼື ຕອບແທນແລ້ວແກ່ມານດາບິດາເລີຍ.

ພິກຂຸທັງຫຼາຍ ! ອັນໜຶ່ງ ບຸດຍ່ອມສະຖາປະນາມານດາ ບິດາໃນຣາຊະສົມບັດ ອັນເປັນອິສະຣາທິປັດ ໃນແຜ່ນດິນ ໃຫຍ່ ອັນມີຣັດຕະນະ 7 ປະການມາກຫຼາຍນີ້ ການກະທໍາ ຢ່າງນັ້ນ ຍັງບໍ່ທັນຊື່ວ່າອັນບຸດກະທໍາແລ້ວ ຫຼືຕອບແທນ ແລ້ວແກ່ມານດາບິດາເລີຍ. ຂໍ້ນັັ້ນເພາະເຫດໃດ ?

ເພາະມານດາບິດາ ມີອຸປະກາຣະຫຼາຍ ບໍາລຸງລ້ຽງ ສະແດງໂລກນີ້ແກ່ບຸດທັງຫຼາຍ

ສ່ວນບຸດຄົນໃດອະນຸເຄາະມານດາບິດາ ຜູ້ບໍ່ມີສັດທາ ໃຫ້ສະມາທານຕັ້ງໝັ້ນໃນສັດທາສັມປະທາ (ຄວາມເຖິງພ້ອມ ດ້ວຍສັດທາ).

ອະນຸເຄາະມານດາບິດາຜູ້ທຸສີນ ໃຫ້ສະມາທານຕັ້ງໝັ້ນ ໃນສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີນ).

ອະນຸເຄາະມານດາບິດາຜູ້ຂີ້ຖ່ີ ໃຫ້ສະມາທານຕັ້ງໝັ້ນໃນ ຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ).

ອະນຸເຄາະມານດາບິດາຜູ້ມີປັນຍາຕໍ່າຊາມ ໃຫ້ສະມາທານ ຕັ້ງໝັ້ນໃນປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ).

ພິກຂຸທັງຫຼາຍ ! ດ້ວຍເຫດມີປະມານເທົ່ານີ້ ແລະ ການກະທໍາຢ່າງນັ້ນ ຍ່ອມຊື່ວ່າອັນບຸດນັ້ນກະທໍາແລ້ວ ແລະ ໄດ້ຕອບແທນແລ້ວແກ່ມານດາບິດາ.


- ບາລີ ທຸກ. ອັງ. 20/78/278.


ການຕອບເເທນບຸນຄຸນມານດາບິດາຢ່າງສູງສຸດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ