ໄພທີ່ແມ່ລູກຊ່ວຍເຫຼືອກັນບໍ່ໄດ້

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມ ກ່າວໄພທີ່ມານດາ ແລະ ບຸດຊ່ວຍກັນບໍ່ໄດ້ (ອະມາຕາປຸດຕິ ກະພະຍະ) ວ່າມີຢູ່ 3 ຢ່າງ 3 ຢ່າງຄື:

ມີສະໄໝທີ່ໄຟໄໝ້ໃຫຍ່ ເກີດຂຶ້ນໄໝ້ໝູ່ບ້ານ ໄໝ້ນິຄົມ ໄໝ້ນະຄອນ ໃນສະໄໝນັ້ນມານດາບໍ່ໄດ້ບຸດ (ເປັນຜູ້ຊ່ວຍ ເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ມານດາ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້).

ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມເອີ້ນ ໄພນີ້ວ່າເປັນອະມາຕາປຸດຕິກະໄພ ຢ່າງທີ່ໜຶ່ງ.

ພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ຄືມີສະໄໝທີ່ມະຫາ ເມຄາຕັ້ງຂຶ້ນ ເກີດນໍ້າຖ້ວມໃຫຍ່ ໄຫຼພັດໄປທັງໝູ່ບ້ານ ທັງ ນິຄົມ ທັງນະຄອນ. ສະໄໝນັ້ນມານດາບໍ່ໄດ້ບຸດ (ເປັນຜູ້ ຊ່ວຍເຫຼືອອັນໃດໄດ້), ບຸດກໍບໍ່ໄດ້ມານດາ (ເປັນຜູ້ຊ່ວຍເຫຼືອ ອັນໃດໄດ້).

ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມເອີ້ນໄພນີ້ວ່າເປັນອະມາຕາປຸດຕິກະໄພ ຢ່່າງທີສອງ.

ພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ ຄືມີສະໄໝທີ່ມີໄພ ຄື ການກໍາເລີບ (ໂຈນກະບົດ) ມາຈາກປ່າ ປະຊາຊົນຂຶ້ນຍານມີ ລໍ້ໜີກະແຈກກະຈາຍໄປ. ເມື່ອໄພຢ່າງນີ້ເກີດຂຶ້ນ ສະໄໝ ນັ້ນມານດາບໍ່ໄດ້ບຸດ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້), ບຸຕກໍບໍ່ໄດ້ ມານດາ (ເປັນຜູ້ຊ່ວຍເຫຼືອອັນໃດໄດ້).

ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມເອີ້ນໄພນີ້ວ່າເປັນອະມາຕາປຸດຕິກະໄພ ຢ່າງທີສາມ.

ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບໍ່ມີການສະດັບຟັງ ຍ່ອມກ່າວໄພ ທີ່ມານດາ ແລະ ບຸດຊ່ວຍກັນບໍ່ໄດ້ ວ່າມີຢູ່ 3 ຢ່າງ ເຫຼົ່ານີ້.

ພິກຂຸທັງຫຼາຍ ! ປຸຖຸຊົນຜູ້ບ່ໍມີການສະດັບຟັງ ກ່າວ ສະມາຕາປຸດຕິກະພະຍະ (ໄພທີ່ມານດາ ແລະ ບຸດຊ່ວຍເຫຼືອ ກັນໄດ້) ແທ້ໆ 3 ຢ່່າງນີ້ວ່າເປັນ ອະມາຕາປຸດຕິກະພະຍະ (ໄພທີ່ມານດາ ແລະ ບຸດຊ່ວຍເຫຼືອກັນບໍ່ໄດ້) ໄປເສຍ.

ພິກຂຸທັງຫຼາຍ ! ໃພ 3 ຢ່າງທີ່ມານດາ ແລະ ບຸດຊ່ວຍ ກັນໄດ້ນັ້ນ ເປັນຢ່່າງໃດໜໍ ?

ສາມຢ່າງຄື ສະໄໝທີ່ໄຟໄໝ້ໃຫຍ່ ເປັນຢ່າງທີໜຶ່ງ, ສະ ໄໝທີ່ນໍ້າຖ້ວມໃຫຍ່ ເປັນຢ່າງທີສອງ, ສະໄໝທີ່ໜີໂຈນ

ເປັນຢ່າງທີສາມ; ຢ່າງນີ້ບາງຄັ້ງມານດາ ແລະ ບຸດກໍຊ່ວຍກັນ ແລະ ກັນໄດ້ ແຕ່ປຸຖຸຊົນຜູ້ບໍ່ມີການສະດັບ ມາກ່າວວ່າເປັນ ໄພທີ່ມານດາ ແລະ ບຸດກໍຊ່ວຍກັນບໍ່ໄດ້ໄປເສຍທັງໝົດ.

ພິກຂຸທັງຫຼາຍ ! ໄພທີ່ມານດາ ແລະ ບຸດຊ່ວຍກັນບໍ່ໄດ້ (ໂດຍແທ້ຈິງ 3 ຢ່າງເຫຼົ່ານີ້ ມີຢູ່ ສາມຢ່າງຄື:

1. ໄພເກີດຈາກຄວາມແກ່ (ຊະຣາພະຢັງ) 

2. ໄພເກີດຈາກຄວາມເຈັບໄຂ້ (ພະຍາທິພະຢັງ) 

3. ໄພເກີດຈາກຄວາມຕາຍ (ມະຣະນະພະຢັງ).

ພິກຂຸທັງຫຼາຍ ! ມານດາບໍ່ໄດ້ຕາມປາຖະໜາກັບບຸດຜູ້ແກ່ ຢູ່ຢ່າງນີ້ວ່າ ເຮົາແກ່ເອງເທີ້ນ ບຸດຂອງເຮົາຢ່າແກ່ເລີຍ ຫຼື ບຸດກໍບໍ່ໄດ້ຕາມປາຖະໜາກັບມານດາຜູ້ແກ່ຢູ່ ຢ່າງນີ້ວ່າເຮົາແກ່ເອງເທີ້ນ ມານດາຢ່າໄດ້ແກ່ເລີຍ ດັ່ງນີ້.

ມານດາບໍ່ໄດ້ຕາມປາຖະໜາວ່າ ເຮົາເຈັບໄຂ້ເອງເທີ້ນ ບຸດຂອງເຮົາຢ່າເຈັບໄຂ້ເລີຍ ຫຼື ບຸດກໍບໍ່ໄດ້ຕາມປາຖະໜາວ່າເຮົາເຈັບໄຂ້ເອງເທີ້ນ ມານດາຢ່າເຈັບໄຂ້ເລີຍ.

ມານດາບໍ່ໄດ້ຕາມປາຖະໜາວ່າ ເຮົາຕາຍເອງເທີ້ນບຸດຂອງເຮົາຢ່າຕາຍເລີຍ ຫຼື ບຸດກໍບໍ່ໄດ້ຕາມປາຖະໜາວ່າ ເຮົາຕາຍເອງເທີ້ນ ມານດາຂອງເຮົາຢ່າຕາຍເລີຍ ດັ່ງນີ້.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ເປັນໄພທີ່ມານດາ ແລະ ບຸດ ຊ່ວຍກັນບໍ່ໄດ້ 3 ຢ່າງ.

ພິກຂຸທັງຫຼາຍ ! ຫົນທາງມີຢູ່ ປະຕິປະທາມີຢູ່ (ທາງ ສາຍກາງ) ຍ່ອມເປັນໄປເພື່ອເລີກລະ ກ້າວຂ້າມພົ້ນເສຍ ເຊິ່ງໄພທັງທີ່ເປັນສະມາຕາປຸດຕິກະພະຍະ ແລະ ອະມາຕາປຸດຕິກະພະຍະ ຢ່າງລະສາມໆ ເຫຼົ່ານັ້ນ.

ພິກຂຸທັງຫຼາຍ ! ຫົນທາງ ຫຼື ປະຕິປະທານັ້ນ ເປັນຢ່າງ ໃດໜໍ ? ນັ້ນຄື ອະຣິຍະອັດຖັງຄິກະມັກ (ອະຣິຍະມັຄມີອົງ 8 ) ນັ້ນເອງ ໄດ້ແກ່:

ສັມມາທິດຖິ(ຄວາມເຫັນຊອບ),

ສັມມາສັງກັປປະ (ຄວາມ ດໍາຣິຊອບ), 

ສັມມາວາຈາ (ການເວົ້າຈາຊອບ), 

ສັມມາກັມມັນຕະ(ການທໍາການງານຊອບ), 

ສັມມາອາຊີວະ (ການລ້ຽງຊີວິດຊອບ), 

ສັມມາວາຍາມະ(ຄວາມພາກພຽນຊອບ), 

ສັມມາສະຕິ(ຄວາມຣະນຶກຊອບ), 

ສັມມາສະມາທິ(ຄວາມຕັ້ງໃຈໝັ້ນຊອບ).

ພິກຂຸທັງຫຼາຍ ! ນີ້ແຫຼະຫົນທາງ ນີ້ແຫຼະປະຕິປະທາ (ທາງສາຍກາງ) ເປັນໄປເພື່ອເລີກລະ ກ້າວຂ້າມພົ້ນເສຍ ຊຶ່ງ ທັງທີ່ເປັນສະມາຕາປຸດຕິກະພະຍະ ແລະ ອະມາຕາປຸດຕິກະພະຍະ ຢ່າງລະສາມໆ ເຫຼົ່ານັ້ນ.


- ບາລີ ຕິກ. ອັງ. 20/228-231/502.


ໄພທີ່ແມ່ລູກຊ່ວຍເຫຼືອກັນບໍ່ໄດ້

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ