ເຫດຈະເລີນ ແລະ ເຫດເສື່ອມ ແຫ່ງຊັບ 4 ປະການ
ທໍາໃນເບື້ອງຕົ້ນ
ພະຍັກຄະປັດຊະ ! ປາກທາງແຫ່ງຄວາມເສື່ອມ 4 ປະການ ຂອງໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ມີຢູ່ ຄື:
(1) ຄວາມເປັນນັກເລງຍິງ
(2) ເປັນນັກເລງສຸຣາ
(3) ເປັນນັກເລງການພະນັນ
(4) ມີມິດສະຫາຍເພື່ອນຝູງຊົ່ວຊາມ.
ພະຍັກຄະປັດຊະ ! ປຽບເໝືອນທາງນໍ້າເຂົ້າ 4 ທາງ ທາງນໍ້າອອກ 4 ທາງຂອງບຶງໃຫຍ່ມີຢູ່, ບຸຣຸດປິດທາງນໍ້າ ເຂົ້າເຫລົ່ານັ້ນເສຍ ແລະ ເປີດທາງນໍ້າອອກເຫລົ່ານັ້ນດ້ວຍ ທັງ ຝົນກໍບໍ່ຕົກລົງມາຕາມທີ່ຄວນ.
ພະຍັກຄະປັດຊະ ! ເມື່ອເປັນຢ່າງນັ້ນ ມີແຕ່ຄວາມ ເຫືອດແຫ້ງເທົ່ານັ້ນທີ່ຫວັງໄດ້ສໍາລັບບຶງໃຫຍ່ນັ້ນ ຄວາມເຕັມປ່ຽມຍ່ອມບໍ່ມີທາງທີ່ຈະຫວັງໄດ້ ນີ້ເຊັ່ນໃດ;
ພະຍັກຄະປັດຊະ ! ຜົນທີ່ຈະເກີດຂຶ້ນກໍເຊັ່ນນັ້ນ ສໍາຫຼັບ ໂພຄະຊັບທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ ທີ່ມີປາກທາງແຫ່ງ ຄວາມເສື່ອມ 4 ປະການ ຄື ຄວາມເປັນນັກເລງຍິງ ເປັນ ນັກເລງສຸຣາ ເປັນນັກເລງການພະນັນ ແລະ ມີມິດສະຫາຍ ເພື່ອນຝູງຊົ່ວຊາມ.
ພະຍັກຄະປັດຊະ ! ປາກທາງແຫ່ງຄວາມຈະເຣີນ 4 ປະການ ຂອງໂພຄະຊັບທີ່ກີດຂຶ້ນພ້ອມແລ້ວຢ່າງນີ້ມີຢູ່ ຄື:
(1) ຄວາມບໍ່ເປັນນັກເລງຍິງ
(2) ບໍ່ເປັນນັກເລງສຸຣາ
(3) ບໍ່ເປັນນັກເລງການພະນັນ
(4) ມີມິຕສະຫາຍເພື່ອນຝູງທີ່ດີງາມ.
ພະຍັກຄະປັດຊະ ! ປຽບເໝືອນທາງນໍ້າເຂົ້າ 4 ທາງ ທາງນໍ້າອອກ 4 ທາງ ຂອງບຶງໃຫຍ່, ບຸຣຸດເປີດທາງນໍ້າ ເຂົ້າເຫລົ່ານັ້ນດ້ວຍ ແລະ ປິດທາງນໍ້າອອກເຫລົ່ານັ້ນເສຍ ທັງຝົນກໍຕົກລົງມາຕາມທີ່ຄວນດ້ວຍ.
ພະຍັກຄະປັດຊະ ! ເມື່ອເປັນຢ່າງນັ້ນ ມີແຕ່ຄວາມເຕັມ ປ່ຽມເທົ່ານັ້ນທີ່ຫວັງໄດ້ສໍາຫຼັບບຶງໃຫຍ່ນັ້ນ ຄວາມເຫືອດ ແຫ້ງເປັນອັນບໍ່ຕ້ອງຫວັງ ນີ້ເຊັ່ນໃດ;
ພະຍັກຄະປັດຊະ ! ຜົນທີ່ຈະເກີດຂຶ້ນກໍເຊັ່ນນັ້ນ ສໍາຫຼັບ ໂພຄະທີ່ເກີດຂຶ້ນພ້ອມແລ້ວຢ່າງນີ້ ທີ່ມີປາກທາງແຫ່ງຄວາມ ຈະເຣີນ 4 ປະການ ຄື : ຄວາມບໍ່ເປັນນັກເລງຍິງ ບໍ່ເປັນ ນັກເລງສຸຣາ ບໍ່ເປັນນັກເລງການພະນັນ ແລະ ມີມິດສະຫາຍ ເພື່ອນຝູງທີ່ດີງາມ.
ພະຍັກຄະປັດຊະ ! ທັມທັງ 4 ປະການເຫລົ່ານີ້ແລ ເປັນ ທັມທີ່ເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກຂອງ ກຸນລະບຸດໃນທິດຖະທັມ (ໃນປັດຈຸບັນ).
- ບາລີ ອັຕຖກ. ອັງ. 23/291-293/144.
ເຫດຈະເລີນ ແລະ ເຫດເສື່ອມ ແຫ່ງຊັບ 4 ປະການ








