ວາຈາຂອງສະໃພ້ໃໝ່

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫຼາຍ ! ປຽບເໝືອນຍິງສະໃພ້ໃໝ່ອັນເຂົາຫາກໍ ນໍາມາຊົ່ວຄືນຊົ່ວວັນ ຕະຫຼອດເວລາເທົ່ານັ້ນ ກໍຍັງມີຄວາມ ລະອາຍ ແລະ ຄວາມຢ້ານທີ່ດໍາຣົງໄວ້ໄດ້ຢ່າງເຂັ້ມແຂງ ໃນ ແມ່ຜົວດ້ວຍ ໃນພໍ່ຜົວດ້ວຍ ໃນສາມີດ້ວຍ ແມ່ນໃນທີ່ສຸດ ແຕ່ໃນທາດກໍາມະກອນຄົນໃຊ້.

ຄັນຜ່ານໄປໂດຍສະໃໝອື່ນ ເພາະອາໃສຄວາມຄຸ້ນເຄີຍກັນ ຍິງສະໃພ້ນັ້ນ ກໍຮ້າຍທັ່ງໃສ່ແມ່ຜົວແດ່ ພໍ່ຜົວແດ່ ແມ່ນແຕ່ ກັບສາມີວ່າ “ຫຼີກໄປໆ ພວກສູຈະຮູ້ອັນໃດ” ນີ້ເຊັ່ນໃດ;

ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນ ພິກຂຸບາງຮູບໃນທຳ ວິໄນນີ້ ອອກບວດຈາກເຮືອນ ເປັນຜູ້ບໍ່ມີເຮືອນໄດ້ຊົ່ວຄືນ ຊົ່ວວັນ ຕະຫຼອດເວລາພຽງເທົ່ານັ້ນ ຫິຣິ ແລະ ໂອຕຕັບປະ ຂອງເຂົານັ້ນ ຍັງດໍາຣົງຢູ່ຢ່າງເຂັ້ມແຂງ ໃນພິກຂຸ ໃນພິກຂຸນີ ໃນອຸບາສົກ ອຸບາສິກາ ແມ່ນທີ່ສຸດແຕ່ໃນຄົນວັດ ແລະ ສາມະເນນ.

ຄັນຜ່ານໄປໂດຍສະໃໝອື່ນ ເພາະອາໃສຄວາມຄຸ້ນເຄີຍ ກັນ ເຂົາກໍກ່າວດ່າທັ່ງໃສ່ອາຈານແດ່ ອຸປັດຊາແດ່ວ່າ “ຫຼີກໄປໆ ພວກທ່ານຈະຮູ້ອັນໃດ” ດັ່ງນີ້.

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ພວກເຈົ້າທັງຫຼາຍຈົ່ງທໍາການຝຶກຫັດສຶກສາຢ່າງນີ້ວ່າ

“ເຮົາຈັກຢູ່ຢ່າງມີຈິດສະເໝີກັນກັບຍິງສະໃພ້ໃໝ່ ຜູ້ມາ ແລ້ວບໍ່ດົນ” ດັ່ງນີ້.


- ບາລີ ຈຕຸກກ. ອັງ. 21/100/73.


ວາຈາຂອງສະໃພ້ໃໝ່

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ