ບ່ອນທີ່ຄວນທ່ຽວໄປ(ແຫຼວ ແລະ ນົກຂີ້ໄຖ)
ທໍາໃນທ່າມກາງ
ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ແຫຼວໄດ້ເຈີດ ລົງຈັບນົກຂີ້ໄຖຢ່າງໄວ ຄັ້ງນັ້ນ ນົກຂີ້ໄຖກໍາລັງຖືກແຫຼວ ນໍາໄປ ກໍໄດ້ຣໍາພຶງຣໍາພັນຢ່າງນີ້ວ່າ: “ເຮົາເປັນຜູ້ອັບໂຊກ ມີບຸນນ້ອຍ ທີ່ທ່ຽວໄປໃນຖີ່ນຂອງຜູ້ອື່ນ ອັນບໍ່ແມ່ນຖິ່ນທີ່ ຫາກິນ ຖ້າວັນນີ້ເຮົາທ່ຽວໄປໃນຖິ່ນອັນເປັນຂອງບິດາຕົນ ເຊິ່ງຄວນທ່ຽວໄປ ແຫຼວຕົວນີ້ເຮົາອາດຕໍ່ສູ້ໄດ້ ”.
ແຫຼວຈຶ່ງຖາມວ່າ: ເຈົ້ານົກຂີ້ໄຖ ກໍຖື່ນທີ່ເປັນຂອງບິດາ ຂອງເຈົ້າ ອັນເປັນທີ່ຫາກິນຂອງເຈົ້າເປັນເຊັ່ນໃດ? ນົກຂີ້ໄຖຕອບວ່າ: ຄືບ່ອນທີ່ມີກ້ອນດິນ ເຊິ່ງເຂົາໄດ້ໄຖໄວ້ ນັ້ນ.
ຄັ້ງນັ້ນ ແຫຼວເຍີ້ຍິ່ງໃນກໍາລັງຂອງຕົນ ອວດອ້າງກໍາລັງ ຂອງຕົນ ກໍປ່ອຍນົກຂີ້ໄຖໄປພ້ອມກັບບອກວ່າ ເຈົ້າຈົ່ງໄປ ເຖີດນົກຂີ້ໄຖ ເຖິງເຈົ້າຈະໄປໃນທີ່ນັ້ນກໍໜີບໍ່ພົ້ນເຮົາໄດ້ ນົກຂີ້ໄຖຈຶ່ງເຂົ້າໄປໃນບ່ອນທີ່ມີກ້ອນດິນເຊິ່ງເປັນບ່ອນທີ່ ເຂົາໄດ້ໄຖໄວ້ ແລ້ວຂຶ້ນສູ່ກ້ອນດິນກ້ອນໃຫຍ່ຢືນທ້າ ແຫຼວວ່າ: ເຈົ້າແຫຼວ ບັດນີ້ທ່ານຈົ່ງມາຈັບເຮົາເຖີດ ຄັ້ງ ນັ້ນ ແຫຼວເຍີ້ຍິ່ງໃນກໍາລັງຂອງຕົນ ອວດອ້າງກໍາລັງ ຂອງຕົນ ຈິ່ງໃຊ້ປີກທັງສອງເຈີດລົງໂສບນົກຂີ້ໄຖນັ້ນຢ່າງ ໄວ ທັນໃດນັ້ນ ນົກຂີ້ໄຖຮູ້ວ່າແຫຼວນີ້ບິນເຈີດລົງມາຢ່າງ ໄວເພຶ່ອທີ່ຈະຈັບເຮົາ ກໍຫຼົບເຂົ້າຫລືບດິນ ສ່ວນແຫຼວ ນັ້ນເອີກໄປກະແທກກັບດິນ(ກໍເສຍຊີວິດ) ໃນທີ່ນັ້ນເອງ.
ພິກຂຸທັງຫຼາຍ ! ເລຶ່ອງນົກຂີ້ໄຖທ່ຽວໄປໃນຖິ່ນອື່ນອັນບໍ່ ແມ່ນຖິ່ນຫາກິນ ຍ່ອມເປັນເຊັ່ນນີ້ແລ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນແລ ທ່ານທັງຫຼາຍຢ່າ ທ່ຽວໄປໃນທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ເມື່ອທ່ານທັງຫຼາຍ ທ່ຽວໄປໃນທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ມານຈັກໄດ້ຊ່ອງ ທາງ ມານຈັກໄດ້ອາຣົມ; ກໍທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ຂອງພິກຂຸຄືອັນໃດ ? ຄື: ກາມຄຸນ 5; ກາມຄຸນ 5 ເປັນ ແນວໃດ ? ຄື:
ຮູບທີ່ເຫັນດ້ວຍຈັກຂຸ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ສຽງທີ່ຮູ້ໄດ້ດ້ວຍຫູ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ກິ່ນທີ່ຮູ້ໄດ້ດ້ວຍດັງ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ຣົດທີ່ຮູ້ໄດ້ດ້ວຍລີ້ນ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ໂຜດຖັບພະທີ່ຮູ້ໄດ້ດ້ວຍກາຍ ອັນໜ້າປາຖະໜາ ໜ້າຮັກ ໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ ກໍານັດ; ພິກຂຸທັງຫຼາຍ ! ນີ້ຄືທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ຂອງພິກຂຸ.
ພິກຂຸທັງຫຼາຍ ! ທ່ານທັງຫຼາຍຈົ່ງທ່ຽວໄປໃນແດນເຊິ່ງ ເປັນຂອງບິດາຕົນ ອັນເປັນທີ່ໂຄຈອນ ເມື່ອທ່ານ ທັງຫຼາຍທ່ຽວໄປໃນແດນເຊິ່ງເປັນຂອງບິດາຕົນ ອັນເປັນ ທີ່ໂຄຈອນ ມານຈັກບໍ່ໄດ້ຊ່ອງທາງ ມານຈັກບໍ່ໄດ້ອາຣົມ ກໍແດນທີ່ເປັນຂອງບິດາຕົນ ອັນເປັນທີ່ໂຄຈອນຄືອັນໃດ? ຄືສະຕິປັດຖານ 4;
ສະຕິປັດຖານ 4 ເປັນແນວໃດ? ຄື:
ພິກຂຸໃນທຳວິໄນນີ້ ຍ່ອມພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ຍ່ອມກໍາຈັດ ອະພິຊາ ແລະໂທມະນັດໃນໂລກອອກເສຍໄດ້; ຍ່ອມພິຈາຣະນາເຫັນເວທະນາໃນເວທະນາຢູ່..., ຍ່ອມພິຈາຣະນາເຫັນຈິດໃນຈິດຢູ່..., ຍ່ອມພິຈາຣະນາ ເຫັນທຳໃນທຳຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ຍ່ອມກໍາຈັດອະພິຊາແລະໂທມະນັດໃນໂລກອອກເສຍ ໄດ້.
ພິກຂຸທັງຫຼາຍ ! ນີ້ຄືແດນເຊິ່ງເປັນຂອງບິດາຕົນອັນເປັນທີ່ໂຄຈອນຂອງພິກຂຸ.
---------------------------------------------------
ສູຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ 19/167-168/698-700
ບ່ອນທີ່ຄວນທ່ຽວໄປ(ແຫຼວ ແລະ ນົກຂີ້ໄຖ)








