ການວາງຈິດເມື່ອຖືກກ່າວຫາ(ປຽບດ້ວຍເລື່ອຍ)

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫຼາຍ ! ທາງແຫ່ງຖ້ອຍຄໍາ ທີ່ບຸກຄົນອື່ນຈະ ຍ່ອມກ່າວຫາ 5 ຢ່າງ ເຫຼົ່ານີ້ ມີຢູ່ຄື:

1. ກ່າວໂດຍກາລະ ຫຼື ໂດຍບໍ່ແມ່ນກາລະ.

2. ກ່າວໂດຍເລື່ອງຈິງ ຫຼື ໂດຍເລື່ອງບໍ່ຈິງ.

3. ກ່າວໂດຍອ່ອນຫວານ ຫຼື ໂດຍຫຍາບຄາຍ.

4. ກ່າວດ້ວຍເລື່ອງມີປະໂຫຍດ ຫຼື ບໍ່ມີປະໂຫຍດ.

5. ກ່າວດ້ວຍມີຈິດເມດຕາ ຫຼື ມີໂທສະໃນພາຍໃນ.

ພິກຂຸທັງຫຼາຍ ! ເມື່ອເຂົາກ່າວຢູ່ຢ່າງນັ້ນ ໃນກໍລະນີ ນັ້ນໆ ເຈົ້າຈົ່ງທໍາການສໍານຶກຢ່າງນີ້ວ່າ:

“ຈິດຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນ ເປັນບາບ ເຮົາຈັກເປັນຜູ້ມີຈິດອິດູເກື້ອກູນ ມີຈິດປະກອບ ດ້ວຍເມດຕາ ບໍ່ມີໂທສະໃນພາຍໃນຢູ່, ຈັກມີຈິດສະຫະຣະຄະຕະດ້ວຍເມດຕາແຜ່ໄປຍັງບຸກຄົນນັ້ນຢູ່ ແລະ ຈັກມີຈິດ ສະຫະຣະຄະຕະດ້ວຍເມດຕາ ອັນເປັນຈິດໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວນ ບໍ່ມີພະຍາບາດ ແຜ່ໄປສູ່ໂລກ ເຖິງທີ່ສຸດ ທຸກທິດທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລ ຢູ່” ດັ່ງນີ້.

ພິກຂຸທັງຫຼາຍ ! ເຈົ້າຈົ່ງທໍາການສໍານຶກຢ່າງນີ້ ແລ.

ພິກຂຸທັງຫຼາຍ ! ຖ້າໂຈນຜູ້ຄອຍຊ່ອງຍ່ອມເລື່ອຍອະໄວຍະວະນ້ອຍໃຫຍ່ຂອງໃຜຜູ້ໜຶ່ງດ້ວຍເລື່ອຍມີດ້າມສອງຂ້າງ ຜູ້ໃດມີໃຈປະທຸສະຮ້າຍໃນໂຈນນັ້ນ ຜູ້ນັ້ນຊື່ວ່າບໍ່ເຮັດຕາມຄໍາ ສອນຂອງເຮົາ ເພາະເຫດທີ່ມີໃຈປະທຸສະຮ້າຍຕໍ່ໂຈນນັ້ນ.

ພິກຂຸທັງຫຼາຍ ! ໃນກໍລະນີນັ້ນ ເຈົ້າຈົ່ງທໍາການສໍານຶກ ຢ່າງນີ້ວ່າ

“ຈິດຂອງເຮົາຈັກບໍ່ປັ່ນປ່ວນ ເຮົາຈັກບໍ່ກ່າວວາຈາອັນ ເປັນບາບ ເຮົາຈັກເປັນຜູ້ມີຈິດອິດູເກື້ອກູນ ມີຈິດປະກອບ ດ້ວຍເມດຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈັກມີຈິດສະຫະຣະ ຄະຕະດ້ວຍເມດຕາແຜ່ໄປຍັງບຸກຄົນນັ້ນຢູ່ ແລະ ຈັກມີຈິດ ສະຫະຣະຄະຕະດ້ວຍເມດຕາ ອັນເປັນຈິດໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວນ ບໍ່ມີພະຍາບາດ ແຜ່ໄປສູ່ໂລກ ເຖິງທີ່ສຸດ ທຸກທິດທາງ ມີບຸກຄົນນັ້ນເປັນອາຣົມ ແລ້ວແລ ຢູ່” ດັ່ງນີ້.

ພິກຂຸທັງຫຼາຍ ! ເຈົ້າຈົ່ງທໍາການສໍານຶກຢ່າງນີ້ ແລ.

ພິກຂຸທັງຫຼາຍ ! ເຈົ້າຈົ່ງກະທໍາໃນໃຈເຖິງໂອວາດອັນ ປຽບດ້ວຍເລື່ອຍນີ້ ຢູ່ເນຶ່ອງໆ ເທີ້ນ.

ພິກຂຸທັງຫຼາຍ ! ເມື່ອເຈົ້າກະທໍາໃນໃຈເຖິງໂອວາດນັ້ນຢູ່ ເຈົ້າຈະໄດ້ເຫັນທາງແຫ່ງການກ່າວຫາເລັກນ້ອຍ ຫຼື ໃຫຍ່ທີ່ພວກເຈົ້າອົດກັ້ນ ບໍ່ໄດ້ ຢູ່ອີກຫຼື ?

 “ຂໍ້ນັ້ນຫາບໍ່ໄດ້ ຂະນ້ອຍ ! ”. 

ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ພວກເຈົ້າທັງຫຼາຍ ຈົ່ງກະທໍາໃນໃຈເຖິງໂອວາດທີ່ປຽບດ້ວຍເລື່ອຍນີ້ ຢູ່ເປັນປະຈໍາເທີ້ນ ນັັ້ນຈັກເປັນໄປເພື່ອປະໂຫຍດເກື້ອກູນ ແລະຄວາມສຸກແກ່ພວກເຈົ້າທັງຫຼາຍຕະຫຼອດກາລະນານ.


- ບາລີ ມ. ມ. 12/255-280/267-273.


ການວາງຈິດເມື່ອຖືກກ່າວຫາ(ປຽບດ້ວຍເລື່ອຍ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ