ນໍ້າຕາທີ່ເຮົາໄດ້ຮ້ອງໄຫ້ມາແລ້ວທັງໝົດ(ສັງສາລະວັດ)

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫຼາຍ ! ຖືກແລ້ວໆ ພວກເຈົ້າຮູ້ທຳທີ່ເຮົາສະແດງແລ້ວຢ່າງນີ້ ຖືກແລ້ວ ນໍ້າຕາທີ່ຫຼັ່ງໄຫຼອອກຂອງພວກເຈົ້າຜູ້ທ່ອງທ່ຽວໄປມາ ຄ້ຳຄວນຮ້ອງໄຫ້ຢູ່ ເພາະປະສົບ ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ໂດຍກາລະ ນານນີ້ແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ 4 ບໍ່ ຫຼາຍກວ່າເລີຍ.

ພວກເຈົ້າໄດ້ປະສົບ ມໍຣະນະກຳຂອງມານດາ ຕະຫຼອດ ກາລະນານ ນໍ້າຕາທີ່ຫຼັ່ງໄຫຼອອກຂອງເຈົ້າເຫຼົ້ານັ້ນ ຜູ້ປະສົບ ມະຣະນະກຳຂອງມານດາ ຄ້ຳຄວນຮ້ອງໄຫ້ຢູ່ເພາະປະສົບ ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ 4 ບໍ່ຫຼາຍກວ່າເລີຍ.

ພວກທ່ານໄດ້ປະສົບ ມໍຣະນະກຳຂອງບິດາ...ມະຣະນະກຳ ຂອງອ້າຍນ້ອງຊາຍ...ມະຣະນະກຳຂອງເອື້ອຍນ້ອງສາວ... ມະຣະນະກຳຂອງບຸດ..ມະຣະນະກຳຂອງທິດາ..ໄດ້ປະສົບຄວາມເສື່ອມແຫ່ງຍາດ...ໄດ້ປະສົບຄວາມເສື່ອມແຫ່ງໂພຄະ...ໄດ້ປະສົບຄວາມເສື່ອມເພາະໂຣກ ຕະຫຼອດກາລະນານ ນໍ້າຕາທີ່ຫຼັ່ງໄຫຼອອກຂອງເຈົ້າເຫຼົ້ານັ້ນ ຜູ້ປະສົບຄວາມເສື່ອມ ເພາະໂຣກ ຄ້ຳຄວນຮ້ອງໄຫ້ຢູ່ ເພາະປະສົບ ສິ່ງທີ່ບໍ່ພໍໃຈ ເພາະພັດພາກຈາກສິ່ງທີ່ພໍໃຈ ນັ້ນແຫຼະຫຼາຍກວ່າ ສ່ວນນໍ້າໃນມະຫາສະມຸດທັງ 4 ບໍ່ຫຼາຍກວ່າເລີຍ.

ຂໍ້ນັ້ນເພາະເຫດໃດ ? ເພາະວ່າ ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັດຜູ້ມີອະວິຊາ ເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປາກົດ.

ພິກຂຸທັງຫຼາຍ ! ເພາະເຫດພຽງເທົ່ານີ້ ພໍແລ້ວນັ້ນແລ ເພື່ອຈະເບື່ອໜ່າຍໃນສັງຂານທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.


- ບາລີ ນິທານ. ສັງ. 16/214/426.


ນໍ້າຕາທີ່ເຮົາໄດ້ຮ້ອງໄຫ້ມາແລ້ວທັງໝົດ(ສັງສາລະວັດ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ