ສຸກ ທຸກ ທີ່ເຮົາໄດ້ປະສົບມາແລ້ວ ທຸກໆ ຮູບແບບ(ສັງສາລະວັດ)

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັດຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ

ເຈົ້າທັງຫຼາຍ ເຫັນທຸຄະຕະ ບຸຣຸດຜູ້ມີມືຶ ແລະ ຕີນບໍ່ສົມປະກອບ ຫຼື ເຫັນ ບຸກຄົນຜູ້ພຽບພ້ອມດ້ວຍຄວາມສຸກ ມີບໍຣິວານຄອຍຮັບໃຊ້ ຈົ່ງລົງສັນນິຖານໃນບຸກຄົນນີ້ວ່າ ເຮົາທັງຫຼາຍ ກໍເຄີຍສະເຫວີຍທຸກ ຫຼື ສະເຫວີຍສຸກ ເຫັນປານນີ້ມາແລ້ວ ໂດຍກາລະນານນີ້...

ພິກຂຸທັງຫຼາຍ ! ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມື່ອເຫຼົ່າສັດຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ. 

ສັດທີ່ບໍ່ເຄີຍເກີດເປັນ ມານດາ, ສັດທີ່ບໍ່ເຄີຍ ເກີດເປັນ ບິດາ, ສັດທີ່ບໍ່ເຄີຍເກີດເປັນ ອ້າຍ, ນ້ອງຊາຍ, ສັດທີ່ບໍ່ເຄີຍເກີດເປັນ ເອື້ອຍ, ນ້ອງສາວ, ສັດທີ່ບໍ່ເຄີຍເກີດເປັນ ບຸດ, ສັດທີ່ບໍ່ເຄີຍເກີດເປັນ ທິດາ ໂດຍກາລະນານນີ້ບໍ່ແມ່ນຫາໄດ້ງ່າຍເລີຍ.

ຂໍ້ນັ້ນເພາະເຫດໃດໜໍ ? ເພາະວ່າ ສົງສານນີ້ກໍາໜົດທີ່ສຸດເບື້ອງຕົ້ນ ເບື້ອງປາຍບໍ່ໄດ້ ເມ່ື່ອເຫຼົ່າສັດຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນ ຍ່ອມບໍ່ປາກົດ,

ພິກຂຸທັງຫຼາຍ ! ເພາະເຫດພຽງເທົ່ານີ້ ພໍແລ້ວແລເພື່ອຈະເບື່ອໜ່າຍ ໃນສັງຂານທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.


- ບາລີ ນິທານ. ສັງ. 16/221,223-4/443-4,450-5.


ສຸກ ທຸກ ທີ່ເຮົາໄດ້ປະສົບມາແລ້ວ ທຸກໆ ຮູບແບບ(ສັງສາລະວັດ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ