ທາງແຫ່ງຄວາມສິ້ນທຸກ(ອະຣິຍະມັກມີອົງ 8)
ທໍາໃນທ່າມກາງ
ພິກຂຸທັງຫຼາຍ ! ກໍທຸກຂະນິໂຣທະຄາມິນີປະຕິປະທາ ອະຣິຍະສັດ (ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກ) ເປັນຢ່າງໃດ ?
ນີ້ຄື ມັກມີອົງແປດ ອັນປະເສີດຄື: ສັມມາທິດຖິ, ສັມມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ.
(1). ກໍສຳມາທິດຖິ (ຄວາມເຫັນຊອບ) ເປັນຢ່າງໃດ ?
+ ພິກຂຸທັງຫຼາຍ ! ຄວາມຮູ້ໃນທຸກ
+ ຄວາມຮູ້ໃນເຫດໃຫ້ເກີດທຸກ
+ ຄວາມຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກ
+ ຄວາມຮູ້ໃນຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກ.
ອັນໃດ ນີ້ເຮົາເອີ້ນວ່າ ຄວາມເຫັນຊອບ.
(2). ສຳມາສັງກັບປະ (ຄວາມດຳຣິຊອບ) ເປັນຢ່າງໃດ ?
+ ຄວາມດໍາຣິໃນການອອກຈາກກາມ.
+ ຄວາມດໍາຣິໃນການບໍ່ພະຍາບາດ.
+ ຄວາມດໍາຣິໃນອັນບໍ່ບຽດບຽນ.
ນີ້ເຮົາເອີ້ນວ່າ ຄວາມດຳຣິຊອບ.
(3). ສຳມາວາຈາ (ວາຈາຊອບ) ເປັນຢ່າງໃດ ?
+ ການງົດເວັ້ນຈາກການເວົ້າຕົວະ.
+ ງົດເວັ້ນຈາກການເວົ້າສໍ່ສຽດ(ເວົ້າໃຫ້ຄົນແຕກແຍກກັນ).
+ ງົດເວັ້ນຈາກການເວົ້າຄໍາຫຍາບ.
+ ງົດເວັ້ນຈາກການເວົ້າໂລເລ.
ນີ້ເຮົາເອີ້ນວ່າ ວາຈາຊອບ.
(4). ສຳມາກຳມັນຕະ (ການປະພຶດຊອບ) ເປັນຢ່າງໃດ ?
+ ການງົດເວັ້ນຈາກການຂ້າສັດ.
+ ງົດເວັ້ນຈາກການຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້.
+ ງົດເວັ້ນຈາກການປະພຶດຜິດໃນກາມ.
ນີ້ເຮົາເອີ້ນວ່າ ການປະພຶດຊອບ.
(5). ສຳມາອາຊີວະ (ການລ້ຽງຊີບຊອບ) ເປັນຢ່າງໃດ ?
ອະຣິຍະສາວົກໃນທຳວິໄນນີ້ ລະການລ້ຽງຊີບທີ່ຜິດເສຍ ສໍາເລັດການລ້ຽງຊີບດ້ວຍການລ້ຽງຊີບທີ່ຖືກຕ້ອງ.
ນີ້ເຮົາເອີ້ນວ່າ ການລ້ຽງຊີບຊອບ.
(6). ສຳມາວາຍາມະ (ຄວາມພຽນຊອບ) ເປັນຢ່າງໃດ ?
+ ພິກຂຸໃນທັມວິໄນນີ້ ຍ່ອມປູກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດ ໄວ້ຕັ້ງຈິດໄວ້ເພື່ອບໍ່ໃຫ້ອະກຸສົນທຳອັນເປັນບາບທີ່ຍັງບໍ່ເກີດບັງເກີດຂຶ້ນ.
+ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດໄວ້ຕັ້ງຈິດໄວ້ເພື່ອລະອະກຸສົນທຳເປັນບາບ ທີ່ບັງເກີດຂຶ້ນແລ້ວ
+ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດໄວ້ຕັ້ງຈິດໄວ້ເພື່ອໃຫ້ ກຸສົນທຳທີ່ຍັງບໍ່ເກີດ ບັງເກີດຂຶ້ນ
+ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ປະຄອງຈິດໄວ້ຕັ້ງຈິດໄວ້ເພື່ອຄວາມຕັ້ງຢູ່ ບໍ່ເລືອນຫາຍ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນເຕັມປ່ຽມແຫ່ງກຸສົນທຳທີ່ບັງ ເກີດຂຶ້ນແລ້ວ.
ນີ້ເຮົາເອີ້ນວ່າ ຄວາມພຽນຊອບ.
(7). ສຳມາສະຕິ (ຄວາມລະນຶກຊອບ) ເປັນຢ່າງໃດ ?
+ ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນ ກາຍໃນກາຍຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະ ໂທມະນັດໃນໂລກອອກເສຍໄດ້.
+ ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນ ເວທະນາໃນເວທະນາຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະ ໂທມະນັດໃນໂລກອອກເສຍໄດ້.
+ ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນ ຈິດໃນຈິດຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະໂທມະນັດໃນໂລກອອກເສຍໄດ້.
+ ພິກຂຸໃນທຳວິໄນນີ້ ພິຈາຣະນາເຫັນ ທຳໃນທຳຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ກໍາຈັດອະພິຊາ ແລະ ໂທມະນັດໃນໂລກອອກສຽຍໄດ້.
ນີ້ເຮົາເອີ້ນວ່າ ຄວາມລະນຶກຊອບ.
(8). ສຳມາສະມາທິ (ຄວາມຕັ້ງໃຈໝັ້ນຊອບ) ເປັນຢ່າງໃດ ?
ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ສະງັດແລ້ວຈາກ ກາມທັງຫຼາຍ ສະງັດແລ້ວຈາກອະກຸສົນທຳທັງຫຼາຍ ເຂົ້າເຖິງ ຊານທີ 1 ອັນມີວິຕົກວິຈານ ມີປີຕິ ແລະ ສຸກອັນເກີດແຕ່ ວິເວກ ແລ້ວແລຢູ່.
ເພາະວິຕົກວິຈານລະງັບລົງ ເຂົາເຂົ້າເຖິງ ຊານທີ 2 ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນ ທຳອັນເອກຜຸດຂຶ້ນ ບໍ່ມີວິຕົກບໍ່ມີວິຈານ ມີແຕ່ປີຕິ ແລະ ສຸກ ອັນເກີດແຕ່ສະມາທິ ແລ້ວແລຢູ່.
ເພາະປີຕິຈາງຫາຍໄປ ເຂົາເປັນຜູ້ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກຕົວທົ່ວພ້ອມ ແລະ ໄດ້ສະເຫວີຍສຸກດ້ວຍ ນາມກາຍ ຍ່ອມເຂົ້າເຖິງ ຊານທີ 3 ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນເສີນຜູ້ໄດ້ບັນລຸວ່າ ເປັນຜູ້ ເສີຍຢູ່ໄດ້ ມີສະຕິ ມີຄວາມເປັນຢູ່ເປັນປົກກະຕິສຸກ ແລ້ວ ແລຢູ່.
ເພາະລະສຸກ ແລະ ທຸກເສຍໄດ້ ແລະ ຄວາມດັບຫາຍ ແຫ່ງໂສມະນັດ ແລະ ໂທມະນັດ ໃນການກ່ອນ ເຂົາຍ່ອມ ເຂົ້າເຖິງ ຊານທີ 4 ອັນບໍ່ທຸກ ແລະ ບໍ່ສຸກ ມີແຕ່ສະຕິອັນ ບໍຣິສຸດເພາະອຸເປກຂາ ແລ້ວແລຢູ່.
ພິກຂຸທັງຫຼາຍ ! ນີ້ເອີ້ນວ່າ ສຳມາສະມາທິ
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລເຮົາເອີ້ນວ່າ ອະຣິຍະສັດ ຄື ຫົນທາງເປັນເຄື່ອງໃຫ້ເຖິງ ຄວາມດັບບໍ່ເຫຼືອແຫ່ງທຸກ.
ນີ້ເຮົາເອີ້ນວ່າ ຄວາມຕັ້ງໃຈໝັ້ນຊອບ. ດັ່ງນີ້.
- ບາລີ ມຫາ. ທີ. 10/343/299.
ທາງແຫ່ງຄວາມສິ້ນທຸກ(ອະຣິຍະມັກມີອົງ 8)








