ຜູ້ຕາຍຄາປະຕູນິບພານ
ທໍາໃນທ່າມກາງ
ສຸນັກຂັດຕະ ! ຂໍ້ນີ້ເປັນຖານະທີ່ມີໄດ້ ຄື ຈະມີພິກຂຸບາງຮູບໃນກໍລະນີນີ້ ມີຄວາມເຂົ້າໃຈຂອງຕົນ ມີຄວາມຫມາຍອັນສະຫລຸບໄດ້ຢ່າງນີ້ ເປັນຕົ້ນວ່າ
“ຕັນຫານັ້ນ ສະມະນະກ່າວກັນວ່າເປັນລູກສອນ ໂທດອັນມີພິດຂອງອະວິຊາ ຍ່ອມງອກງາມ ເພາະຄວາມເພີນພໍໃຈ ແລະ ພະຍາບາດ ລູກສອນຄືຕັນຫານັ້ນ ເຮົາລະໄດ້ແລ້ວ ໂທດອັນມີພິດຂອງອະວິຊາ ເຮົາກໍນຳອອກໄປຫມົດແລ້ວ ເຮົາເປັນຜູ້ນ້ອມໄປແລ້ວໃນນິບພານໂດຍຊອບ” ດັ່ງນີ້.
ທ່ານນັ້ນຍ່ອມຕາມປະກອບຊຶ່ງທຳທັງຫຼາຍ ອັນບໍ່ເປັນທີ່ສະບາຍແກ່ຜູ້ນ້ອມໄປແລ້ວໃນນິບພານໂດຍຊອບ ຄືຕາມປະກອບຊຶ່ງທຳອັນບໍ່ເປັນທີ່ສະບາຍ
• ໃນການເຫັນຮູບດ້ວຍຕາ
• ຟັງສຽງດ້ວຍຫູ
• ດົມກິ່ນດ້ວຍດັງ
• ລິ້ມຣົດດ້ວຍລິ້ນ
• ຖືກຕ້ອງໂຜດຖັບພະດ້ວຍກາຍ
• ຮູ້ສຶກທັນມາຣົມດ້ວຍໃຈ
ອັນລ້ວນບໍ່ເປັນທີ່ສະບາຍ ເມື່ອທ່ານຕາມປະກອບຊຶ່ງທຳ ອັນບໍ່ເປັນທີ່ສະບາຍເຫຼົ່ານີ້ຢູ່ ຣາຄະຄວນສຽບແທງຈິດຂອງທ່ານ ທ່ານມີຈິດອັນຣາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫລື ຄວາມທຸກຈຽນຕາຍ
ສຸນັກຂັດຕະ ! ປຽບເໝືອນບຸຣຸດ ຖືກຍິງດ້ວຍລູກສອນ 🏹 ອັນອາບໄວ້ດ້ວຍຢາພິດຢ່າງແຮງກ້າ ມິດອາໝາດຍາດສາຍເລືອດຂອງທ່ານ ຈັດຫາໝໍຜ່າຕັດມາຮັກສາ ໝໍໄດ້ໃຊ້ສາດຕຣາຜ່າປາກແຜຂອງທ່ານ ແລ້ວໃຊ້ເຄື່ອງກວດຄົ້ນຫາລູກສອນ ພົບແລ້ວ ຖອນລູກສອນອອກ ກຳຈັດໂທດອັນເປັນພິດທີ່ຍັງມີເຊື້ອເຫຼືອຕິດຢູ່ ຈົນຮູ້ວ່າບໍ່ມີເຊື້ອເຫຼືອຕິດຢູ່ແລ້ວກ່າວແກ່ທ່ານຢ່າງນີ້ວ່າ:
🗣 ບຸຣຸດຜູ້ຈະເລີນ! ລູກສອນຖືກຖອນອອກແລ້ວ ໂທດອັນເປັນພິດ ເຮົານຳອອກຈົນບໍ່ມີເຊື້ອເຫຼືອຢູ່ແລ້ວ ທ່ານບໍ່ມີອັນຕະລາຍອີກແລ້ວ ແລະ ທ່ານຈະບໍຣິໂພກອາຫານໄດ້ຕາມສະບາຍ ແຕ່ຢ່າໄປກິນອາຫານຊະນິດທີ່ບໍ່ສະບາຍແກ່ແຜ ອັນຈະເຮັດໃຫ້ແຜອັກເສບ ແລະ ຈົ່ງລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາ ເມື່ອທ່ານລ້າງແຜຕາມເວລາ ທາຢາທີ່ປາກແຜຕາມເວລາຢ່າໃຫ້ໜອງ ແລະ ເລືອດເເຫ້ງໝັກໝົມຕິດປາກແຜ ແລະ ທ່ານຢ່າທ່ຽວຕາກລົມຕາກແດດ ເມື່ອທ່ຽວຕາກລົມຕາກແດດ ກໍຢ່າໃຫ້ຝຸ່ນລະອອງ ແລະ ຂອງໂສໂຄຣກເຂົ້າໄປໃນປາກແຜ.
🗣 ບຸຣຸດຜູ້ຈະເລີນ ! ທ່ານຈົ່ງເປັນຜູ້ລະວັງຖືຮັກສາແຜ ເຫັນເລື່ອງແຜເປັນເລື່ອງສຳຄັນເຖີດ” ດັ່ງນີ້.
ບຸຣຸດນັ້ນມີຄວາມຄິດວ່າ 💬 “ ໝໍຖອນລູກສອນໃຫ້ເຮົາສຳເລັດແລ້ວ ໂທດອັນເປັນພິດໝໍກໍນຳອອກ ຈົນບໍ່ມີເຊື້ອເຫຼືອຢູ່ແລ້ວ ເຮົາໝົດອັນຕະລາຍແລ້ວ ” 😏
ທ່ານຈຶ່ງບຣິໂພກໂພຊະນະທີ່ສະເເຫລ່ງ ເມື່ອບໍຣິໂພກໂພຊະນະທີ່ສະເເຫລ່ງ ແຜກໍກຳເຣີບ ແລະ ທ່ານບໍ່ຊະລ້າງແຜຕາມເວລາ ບໍ່ທາຢາທີ່ປາກແຜຕາມເວລາ ເມື່ອທ່ານບໍ່ຊະລ້າງແຜຕາມເວລາ ບໍ່ທາຢາທີ່ປາກແຜຕາມເວລາ ໜອງ ແລະ ເລືອດກໍເເຫ້ງໝັກໝົມຕິດປາກແຜ ແລະ ທ່ານທ່ຽວຕາກລົມຕາກແດດ ປ່ອຍໃຫ້ຝຸ່ນລະອອງຂອງໂສໂຄກເຂົ້າໄປໃນປາກແຜ ແລະ ທ່ານບໍ່ຣະວັງຮັກສາແຜ ບໍ່ເຫັນເລື່ອງແຜເປັນເລື່ອງສຳຄັນ ທ່ານນຳໂທດອັນເປັນພິດບໍ່ສະອາດອອກໄປ ດ້ວຍການກະທຳອັນບໍ່ຖືກຕ້ອງເຫຼົ່ານີ້ ແຜຈຶ່ງມີເຊື້ອເຫຼືອຢູ່ ແຜກໍບວມຂຶ້ນເພາະເຫດທັງສອງນັ້ນ ບຸຣຸດນັ້ນມີແຜບວມແລ້ວ ກໍເຖິງຊຶ່ງຄວາມຕາຍເເດ່ 🏴☠️ ເຖິງຊຶ່ງຄວາມທຸກຈຽນຕາຍເເດ່ ນີ້ສັນໃດ
ສຸນັກຂັດຕະ ! ຂໍ້ນີ້ກໍສັນນັ້ນຄືກັນ ຄືຂໍ້ທີ່ພິກຂຸບາງຮູບ ສຳຄັນຕົນວ່ານ້ອມໄປແລ້ວໃນນິບພານໂດຍຊອບ.... ແຕ່ຕາມປະກອບໃນທຳບໍ່ເປັນທີ່ສະບາຍ ແກ່ການນ້ອມໄປໃນນິບພານໂດຍຊອບ....ຣາຄະກໍສຽບແທງຈິດຂອງທ່ານ ທ່ານມີຈິດອັນຣາຄະສຽບແທງແລ້ວ ຍ່ອມເຖິງຄວາມຕາຍ ຫລື ຄວາມທຸກຈຽນຕາຍ
ສຸນັກຂັດຕະ ! ໃນອະຣິຍະວິໄນນີ້
ຄວາມຕາຍ ໝາຍເຖິງ ການບອກຄືນສິກຂາ ວຽນໄປສູ່ເພດຕ່ຳ
ຄວາມທຸກຈຽນຕາຍ ໝາຍເຖິງ ການຕ້ອງອາບັດອັນເສົ້າໝອງຢ່າງໃດຢ່າງໜຶ່ງແລ.
----------------------------------------------------
- ອຸປຣິ. ມ. 14/66/76.
ຜູ້ຕາຍຄາປະຕູນິບພານ








