ການຈະເລີນອານາປານະສະຕິສະມາທິ
ທໍາໃນທ່າມກາງ
ອານົນທ໌! ກໍອານາປານະສະຕິເປັນຢ່າງໃດໜໍ?
ອານົນທ໌! ພິກຂຸໃນທັມວິໄນນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ.
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ເຮົາຫາຍໃຈເຂົ້າຍາວ;
ເມື່ອຫາຍໃຈອອກຍາວ ກໍຮູ້ວ່າ ເຮົາຫາຍໃຈອອກຍາວ.
ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ເຮົາຫາຍໃຈເຂົ້າສັ້ນ;
ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ເຮົາຫາຍໃຈອອກສັ້ນ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍຍະສັງຂານໃຫ້ສະຫງົບຣະງັບ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາຈັກກະທຳກາຍຍະສັງຂານໃຫ້ສະຫງົບຣະງັບ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດຕະສັງຂານໃຫ້ສະຫງົບຣະງັບ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດຕະສັງຂານໃຫ້ສະຫງົບຣະງັບ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດໃຫ້ປາໂມດຢ່າງຍິ່ງ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດໃຫ້ປາໂມດຢ່າງຍິ່ງ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດໃຫ້ປ່ອຍຢູ່ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ທຳຈິດໃຫ້ປ່ອຍຢູ່ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຄາຍກຳນັດຢູ່ເປັນປະຈຳ ຫາຍໃຈເຂົ້າ
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມຄາຍກຳນັດຢູ່ເປັນປະຈຳ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫລືອຢູ່ເປັນປະຈຳ ຫາຍໃຈອອກ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ.
ຍ່ອມທຳການຝຶກຫັດສຶກສາວ່າ: ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ.
ອານົນທ໌! ນີ້ເອີ້ນວ່າ: ອານາປານະສະຕິ.
----------------------------------------------------
ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ 24/99-102/60
ການຈະເລີນອານາປານະສະຕິສະມາທິ








