ພິຈາລະນາແລ້ວຈຶ່ງກະທຳກຳ(ກວ່າກັບພຣະຣາຫຸນ)
ທໍາໃນທ່າມກາງ
#ພຣະສູດເມື່ອກະທຳແລ້ວ
ຣາຫຸນ! ເມື່ອກະທຳກຳໃດດ້ວຍກາຍແລ້ວ
ເພີ່ງພິຈາຣະນາກັມນັ້ນວ່າ
ກາຍຍະກັມທີ່ເຮົາກະທຳແລ້ວນີ້
ເປັນໄປເພື່ອບຽດບຽນຕົນເອງແດ່
ບຽດບຽນຜູ້ອື່ນແດ່
ບຽດບຽນທັງສອງຝ່າຍແດ່
ເປັນກາຍຍະກັມທີ່ເປັນອະກຸສົນ
ມີທຸກເປັນກຳໄລ
ມີທຸກເປັນວິບາກ ຢູ່ບໍ່ນໍ ດັ່ງນີ້.
ຣາຫຸນ! ຖ້າເຈົ້າພິຈາຣະນາຮູ້ສຶກຢູ່ດັ່ງນັ້ນແລ້ວ ເຈົ້າຍ່ອມສະແດງ, ຍ່ອມເປີດເຜີຍ, ຍ່ອມກະທຳໃຫ້ເປັນຂອງຫງາຍ, ຊຶ່ງກາຍຍະກັມນັ້ນ ໃນພຣະສາສະດາ ຫຼື ໃນເພື່ອນພຣົມມະຈາຣີ ຜູ້ເປັນວິນຍູຊົນທັງຫຼາຍ.
ຄັນສະແດງ, ຄັນເປີດເຜີຍ, ຄັນກະທຳໃຫ້ເປັນຂອງຫງາຍແລ້ວ <b>ຍ່ອມເຖິງເຊີ່ງຄວາມລະວັງສັງວອນຕໍ່ໄປ</b>
ຣາຫຸນ! ຖ້າເຈົ້າພິຈາຣະນາຮູ້ສຶກຢູ່ດັ່ງນີ້ວ່າ:
ກາຍຍະກຳທີ່ເຮົາກະທຳແລ້ວນີ້
ບໍ່ເປັນໄປເພື່ອບຽດບຽນຕົນເອງແດ່
ບໍ່ເປັນໄປເພື່ອບຽດບຽນຜູ້ອື່ນແດ່
ບໍ່ເປັນໄປເພື່ອບຽດບຽນທັງສອງຝ່າຍແດ່
ເປັນກາຍຍະກັມອັນເປັນກຸສົນ
ມີສຸກເປັນກຳໄລ, ມີສຸກເປັນວິບາກ ດັ່ງນີ້
#ຣາຫຸນເຈົ້າຍອມຢູ່ດ້ວຍປີຕິ ແລະ ປາໂມດຕາມສຶກສາໃນກຸສົນທຳທັງຫຼາຍຢູ່ ທັງກາງວັນ ແລະ ກາງຄືນເຖີ້ນ
----------------------------------------------------
ບາລີ ມ.ມ 13/126/129
ໝວກທັມ.ເປີດທັມທີ່ຖືກປິດ
ຈາກປື້ມແກ້ກັມ ເລ່ມທີ່5 ( 5 )
ພິຈາລະນາແລ້ວຈຶ່ງກະທຳກຳ(ກວ່າກັບພຣະຣາຫຸນ)








