ສີນ ແລະ ຄວາມເຫັນຕົງເປັນເບື້ອງຕົ້ນແຫ່ງກຸສົນທຳ

ທໍາໃນທ່າມກາງ

0:00/0:00

ຄັ້ງນັ້ນ ທ່ານພຣະພາຫິຍະເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ອະພິວາດພຣະຜູ້ມີພຣະພາກແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູນພຣະຜູ້ມີພຣະພາກວ່າ:


 ຂ້າແຕ່ພຣະອົງຜູ້ຈະເຣີນ! ຂໍປະທານພຣະວະໂຣກາດ ຂໍພຣະຜູ້ມີພຣະພາກໂປດຊົງສະແດງທຳໂດຍຫຍໍ້ແກ່ຂ້ານ້ອຍດ້ວຍ ເມື່ອຂ້ານ້ອຍໄດ້ຟັງແລ້ວ ຈະເປັນຜູ້ຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາດ ມີຄວາມພຽນ ມີໃຈເດັດດ່ຽວຢູ່.


ພຣະຜູ້ມີພຣະພາກກວ່າວ່າ:


ພາຫິຍະ! ເພາະສະນັ້ນ ເຈົ້າຈົ່ງຊຳຣະເບື້ອງຕົ້ນແຫ່ງກຸສົນທຳໃຫ້ບໍຣິສຸດເສຍກ່ອນ ກໍອັນໃດເປັນເບື້ອງຕົ້ນແຫ່ງກຸສົນທຳ? ຄື ສີນທີ່ບໍຣິສຸດດີ ແລະ ຄວາມເຫັນຕົງ.


ພາຫິຍະ! ເມື່ອໃດແລ ສີນຂອງເຈົ້າບໍຣິສຸດດີ ແລະ ຄວາມເຫັນຂອງເຈົ້າຕົງ ເມື່ອນັ້ນ ເຈົ້າຈົ່ງອາໄສສີນ ຕັ້ງໝັ້ນໃນສີນ ແລ້ວຈະເຣີນສະຕິປັດຖານ 4, 


ສະຕິປັດຖານ 4 ເປັນຢ່າງໃດ?


ພາຫິຍະ! ເຈົ້າຈົ່ງພິຈາຣະນາເຫັນກາຍໃນກາຍຢູ່ 

 ມີຄວາມພຽນ 

 ມີສັມປະຊັນຍະ 

 ມີສະຕິ 

 ກຳຈັດອະພິຊາ ແລະ ໂທມະນັດໃນໂລກເສຍ;


ຈົ່ງພິຈາຣະນາເຫັນເວທະນາໃນເວທະນາທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊາແລະ ໂທມະນັດໃນໂລກເສຍ;


ຈົ່ງພິຈາຣະນາເຫັນຈິດໃນຈິດຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊາ ແລະ ໂທມະນັດໃນໂລກເສຍ;


ຈົ່ງພິຈາຣະນາເຫັນທັມໃນທັມທັງຫລາຍຢູ່ ມີຄວາມພຽນ ມີສັມປະຊັນຍະ ມີສະຕິ ກຳຈັດອະພິຊາ ແລະ ໂທມະນັດໃນໂລກເສຍ.


ພາຫິຍະ! ເມື່ອໃດ ເຈົ້າອາໄສສີນ ຕັ້ງໝັ້ນຢູ່ໃນສີນແລ້ວ ຈະເຣີນສະຕິປັດຖານ 4 ເຫລົ່ານີ້ຢ່າງນີ້ ເມື່ອນັ້ນ ເຈົ້າຍ່ອມຫວັງຄວາມຈະເຣີນໃນກຸສົນລະທັມທັງຫລາຍໄດ້ຕະຫລອດຄືນ ຫລື ວັນທີ່ຈະມາເຖິງ ຍ່ອມບໍ່ມີຄວາມເສື່ອມເລີຍ.


ຄັ້ງນັ້ນ ທ່ານພຣະພາຫິຍະຊື່ນຊົມອະນຸໂມທະນາພຣະພາສິດຂອງພຣະຜູ້ມີພຣະພາກແລ້ວ ລຸກຈາກອາສະນະ ອະພິວາດພຣະຜູ້ມີພຣະພາກ ກະທຳປະທັກສິນແລ້ວຫລີກໄປ ທ່ານພຣະພາຫິຍະຫລີກອອກຈາກໝູ່ ຢູ່ຜູ້ດຽວ ບໍ່ປະມາດ ມີຄວາມພຽນ ມີໃຈເດັດດ່ຽວ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນອັນຍອດຢ້ຽມ ທີ່ກຸລະບຸດທັງຫລາຍອອກບວດເປັນບັນພະຊິດໂດຍຊອບມີຄວາມຕ້ອງການ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນກະທຳໄດ້ທຳສຳເລັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ.

 ທ່ານພຣະພາຫິຍະກໍໄດ້ເປັນພຣະອະຣະຫັນຕ໌ະອົງໜຶ່ງໃນຈຳນວນພຣະອະຣະຫັນຕະທັງຫລາຍ.


----------------------------------------------------

ສັງຍຸຕຕະນິກາຍ ມະຫາວາຣະວັຄ 19/161/747


ສີນ ແລະ ຄວາມເຫັນຕົງເປັນເບື້ອງຕົ້ນແຫ່ງກຸສົນທຳ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ