ຄວາມຫົດຫູ່ ແລະ ຄວາມຟຸ້ງຊ່ານແຫ່ງຈິດ

ທໍາໃນທ່າມກາງ

0:00/0:00

"ວິທີແກ້ຄວາມຫົດຫູ່ ແລະ ຄວາມຟຸ້ງຊ່ານແຫ່ງຈິດ"


1. ພິກຂຸທັງຫຼາຍ! ກໍສະໄໝໃດ ຈິດຫົດຫູ່

  ສະໄໝນັ້ນ 

# ບໍ່ແມ່ນການເພື່ອຈະເລີນປັດສັດທິສັມໂພດຊົງ

# ບໍ່ແມ່ນການເພື່ອຈະເລີນສະມາທິສັມໂພດຊົງ 

# ບໍ່ແມ່ນການເພື່ອຈະເລີນອຸເປກຂາສັມໂພດຊົງ

- ຂໍ້ນັ້ນເພາະເຫດໃດ ເພາະຈິດຫົດຫູ່ ຈິດທີ່ຫົດຫູ່ນັ້ນຍາກທີ່ຈະໃຫ້ຕັ້ງຂຶ້ນໄດ້ດ້ວຍທັມເຫຼົ່ານັ້ນ 

- ປຽບເໝືອນບຸຣຸດຕ້ອງການຈະກໍ່ໄຟດວງນ້ອຍໃຫ້ລຸກໂພງ 

* ເຂົາຈຶ່ງໃສ່ຫຍ້າສົດ ຂີ້ງົວສົດ ໄມ້ສົດ ພົ່ນນ້ຳໃສ່ ແລະໂຮຍຝຸ່ນລົງໃນໄຟນັ້ນ ບຸຣຸດນັ້ນຈະສາມາດກໍ່ໄຟດວງນ້ອຍໃຫ້ລຸກໂພງຂຶ້ນໄດ້ ຫລືໜໍ ?.

 ບໍ່ໄດ້ເລີຍ ພຣະອົງຜູ້ຈະເລີນ.


 ສັນນັ້ນເໝືອນກັນ ພິກຂຸທັງຫຼາຍ ສະໄໝໃດ ຈິດຫົດຫູ່ 

 ສະໄໝນັ້ນ 

# ບໍ່ແມ່ນການເພື່ອຈະເລີນປັດສັດທິສັມໂພດຊົງ

# ບໍ່ແມ່ນການເພື່ອຈະເລີນສະມາທິສັມໂພດຊົງ

# ບໍ່ແມ່ນການເພື່ອຈະເລີນອຸເປກຂາສັມໂພດຊົງຄ໌ ຂໍ້ນັ້ນເພາະເຫດໃດ ເພາະຈິດຫົດຫູ່ ຈິດທີ່ຫົດຫູ່ນັ້ນ ຍາກທີ່ຈະໃຫ້ຕັ້ງຂຶ້ນໄດ້ດ້ວຍທັມເຫຼົ່ານັ້ນ.


ພິກຂຸທັງຫຼາຍ! ສະໄໝໃດ 

- ຈິດຫົດຫູ່ ສະໄໝນັ້ນ 

* ເປັນການເພື່ອຈະເລີນທັມມະວິຈະຍະສັມໂພດຊົງ

* ເປັນການເພື່ອຈະເລີນວິຣິຍະສັມໂພດຊົງ 

* ເປັນການເພື່ອຈະເລີນປີຕິສັມໂພດຊົງ

- ຂໍ້ນັ້ນເພາະເຫດໃດ ເພາະຈິດຫົດຫູ່ ຈິດທີ່ຫົດຫູ່ນັ້ນໃຫ້ຕັ້ງຂຶ້ນໄດ້ງ່າຍດ້ວຍທັມເຫຼົ່ານັ້ນ 

- ປຽບເໝືອນບຸຣຸດຕ້ອງການຈະກໍ່ໄຟດວງນ້ອຍໃຫ້ລຸກໂພງ 

* ເຂົາຈຶ່ງໃສ່ຫຍ້າແຫ້ງ ຂີ້ງົວແຫ້ງ ໄມ້ແຫ້ງ ເອົາປາກເປົ່າ ແລະ ບໍ່ໂຮຍຝຸ່ນໃນໄຟນັ້ນ ບຸຣຸດນັ້ນສາມາດຈະກໍ່ໄຟດວງນ້ອຍໃຫ້ລຸກໂພງຂຶ້ນໄດ້ ຫລືໜໍ ?

 ໄດ້ ພຣະອົງຜູ້ຈະເລີນ.

- ສັນນັ້ນເໝືອນກັນ ພິກຂຸທັງຫຼາຍ 

 ສະໄໝໃດ ຈິດຫົດຫູ່ ສະໄໝນັ້ນ 

* ເປັນການເພື່ອຈະເລີນທັມມະວິຈະຍະສັມໂພດຊົງ

* ເປັນການເພື່ອຈະເລີນວິຣິຍະສັມໂພດຊົງ

* ເປັນການເພື່ອຈະເລີນປີຕິສັມໂພດຊົງຄ໌ 

ຂໍ້ນັ້ນເພາະເຫດໃດ ເພາະຈິດຫົດຫູ່ ຈິດທີ່ຫົດຫູ່ນັ້ນໃຫ້ຕັ້ງຂຶ້ນໄດ້ງ່າຍດ້ວຍທັມເຫຼົ່ານັ້ນ.


2. ພິກຂຸທັງຫຼາຍ! ກໍສະໄໝໃດ ຈິດຟຸ້ງຊ່ານ ສະໄໝນັ້ນ 

# ບໍ່ແມ່ນການເພື່ອຈະເລີນທັມມະວິຈະຍະສັມໂພດຊົງ 

# ບໍ່ແມ່ນການເພື່ອຈະເລີນວິຣິຍະສັມໂພດຊົງ

# ບໍ່ແມ່ນການເພື່ອຈະເລີນປີຕິສັມໂພດຊົງ

ຂໍ້ນັ້ນເພາະເຫດໃດ 

- ເພາະຈິດຟຸ້ງຊ່ານ ຈິດທີ່ຟຸ້ງຊ່ານນັ້ນ ຍາກທີ່ຈະໃຫ້ສະຫງົບໄດ້ດ້ວຍທັມເຫຼົ່ານັ້ນ.


- ປຽບເໝືອນບຸຣຸດຕ້ອງການຈະດັບໄຟກອງໃຫຍ່ ເຂົາຈຶ່ງໃສ່ຫຍ້າແຫ້ງ ຂີ້ງົວແຫ້ງ ໄມ້ແຫ້ງ ເອົາປາກເປົ່າ ແລະບໍ່ໂຮຍຝຸ່ນລົງໄປໃນກອງໄຟໃຫຍ່ນັ້ນ ບຸຣຸດນັ້ນສາມາດຈະດັບໄຟກອງໃຫຍ່ໄດ້ຫລືໜໍ ?.

 ບໍ່ໄດ້ເລີຍ ພຣະອົງຜູ້ຈະເລີນ.


ສັນນັ້ນເໝືອນກັນ ພິກຂຸທັງຫຼາຍ! ສະໄໝໃດ

- ຈິດຟຸ້ງຊ່ານ ສະໄໝນັ້ນ 

# ບໍ່ແມ່ນການເພື່ອຈະເລີນທັມມະວິຈະຍະສັມໂພດຊົງ 

# ບໍ່ແມ່ນການເພື່ອຈະເລີນວິຣິຍະສັມໂພດຊົງ

# ບໍ່ແມ່ນການເພື່ອຈະເລີນປີຕິສັມໂພດຊົງ

- ຂໍ້ນັ້ນເພາະເຫດໃດ ເພາະຈິດຟຸ້ງຊ່ານ ຈິດທີ່ຟຸ້ງຊ່ານນັ້ນ ຍາກທີ່ຈະໃຫ້ສະຫງົບໄດ້ດ້ວຍທັມເຫຼົ່ານັ້ນ.


 ພິກຂຸທັງຫຼາຍ! ກໍສະໄໝໃດ ຈິດຟຸ້ງຊ່ານ ສະໄໝນັ້ນ 

* ເປັນການເພື່ອຈະເລີນປັດສັດທິສັມໂພດຊົງ

* ເປັນການເພື່ອຈະເລີນສະມາທິສັມໂພດຊົງ 

* ເປັນການເພື່ອຈະເລີນອຸເປກຂາສັມໂພດຊົງ

- ຂໍ້ນັ້ນເພາະເຫດໃດ ເພາະຈິດຟຸ້ງຊ່ານ ຈິດທີ່ຟຸ້ງຊ່ານນັ້ນ ໃຫ້ສະຫງົບໄດ້ງ່າຍດ້ວຍທັມເຫຼົ່ານັ້ນ ປຽບເໝືອນບຸຣຸດຕ້ອງການຈະດັບໄຟກອງໃຫຍ່ ເຂົາຈຶ່ງໃສ່ຫຍ້າສົດ ຂີ້ງົວສົດ ໄມ້ສົດ ພົ່ນນ້ຳໃສ່ ແລະໂຮຍຝຸ່ນລົງໃນກອງໄຟໃຫຍ່ນັ້ນ ບຸຣຸດນັ້ນຈະສາມາດດັບກອງໄຟກອງໃຫຍ່ນັ້ນໄດ້ ຫລືໜໍ ?.

 ໄດ້ ພຣະອົງຜູ້ຈະເລີນ.


 ສັນນັ້ນເໝືອນກັນ ພິກຂຸທັງຫຼາຍ

- ສະໄໝໃດ ຈິດຟຸ້ງຊ່ານ ສະໄໝນັ້ນ 

* ເປັນການເພື່ອຈະເລີນປັດສັດທິສັມໂພດຊົງ

* ເປັນການເພື່ອຈະເລີນສະມາທິສັມໂພດຊົງ

* ເປັນການເພື່ອຈະເລີນອຸເປກຂາສັມໂພດຊົງ 

- ຂໍ້ນັ້ນເພາະເຫດໃດ ເພາະຈິດຟຸ້ງຊ່ານ ຈິດທີ່ຟຸ້ງຊ່ານນັ້ນ ໃຫ້ສະຫງົບໄດ້ງ່າຍດ້ວຍທັມເຫຼົ່ານັ້ນ.


* ພິກຂຸທັງຫຼາຍ ເຮົາກ່າວ “ສະຕິ” ແລວ່າ ມີປະໂຫຍດໃນທີ່ທັງປວງ.


----------------------------------------------------

-ບາລີ ມະຫາວາຣະ. ສໍ. 19/156-158/569-572.


ຄວາມຫົດຫູ່ ແລະ ຄວາມຟຸ້ງຊ່ານແຫ່ງຈິດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ