ຄົນພານ ແລະ ບັນດິດ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ! ບຸກຄົນປະກອບດ້ວຍທຳ 3 ປະການ ຈົ່ງຊາບວ່າ ເປັນຄົນພານ; ທຳ 3 ປະການເປັນຢ່າງໃດ? ຄື:
1. ບໍ່ເຫັນໂທດໂດຍຄວາມເປັນໂທດ.
2. ເຫັນໂທດໂດຍຄວາມເປັນໂທດແລ້ວ ແຕ່ບໍ່ທຳຄືນຕາມທຳ.
3. ເມື່ອຜູ້ອື່ນຊີ້ໂທດຢູ່ ກໍບໍ່ຮັບຮູ້ຕາມທັມ.
ພິກຂຸທັງຫລາຍ! ບຸກຄົນປະກອບດ້ວຍທຳ 3 ປະການນີ້ແລ ຈົ່ງຊາບວ່າ ເປັນຄົນພານ.
----------------------------------------------------
ພິກຂຸທັງຫລາຍ! ບຸກຄົນປະກອບດ້ວຍທຳ 3 ປະການ ຈົ່ງຊາບວ່າ ເປັນບັນດິດ; ທັມ 3 ປະການເປັນຢ່າງໃດ? ຄື:
1. ເຫັນໂທດໂດຍຄວາມເປັນໂທດ.
2. ເຫັນໂທດໂດຍຄວາມເປັນໂທດແລ້ວ ຍ່ອມທຳຄືນຕາມທຳ.
3. ເມື່ອຜູ້ອື່ນຊີ້ໂທດຢູ່ ຍ່ອມຮັບຮູ້ຕາມທຳ.
ພິກຂຸທັງຫລາຍ! ບຸກຄົນປະກອບດ້ວຍທຳ 3 ປະການນີ້ແລ ຈົ່ງຊາບວ່າ ເປັນບັນດິດ.
----------------------------------------------------
ອັງຄຸຕຕະຣະນິກາຍ 20/97/443
ຄົນພານ ແລະ ບັນດິດ








