ທຳທັງປວງບໍ່ຄວນຢຶດໝັ້ນ(ສັບເພທຳມາອະນັດຕາ)

ທໍາໃນທີສຸດ

0:00/0:00

ໂມກຄະລານະ! ພິກຂຸໃນທຳວິໄນນີ້ ໄດ້ສະດັບວ່າ 

ທຳທັງປວງບໍ່ຄວນຢຶດໝັ້ນ 

ຄັນໄດ້ສະດັບດັ່ງນັ້ນແລ້ວ 

ເຂົາຍ່ອມຮູ້ຊັດເຊິ່ງທຳທັງປວງດ້ວຍປັນຍາອັນຍິ່ງ 

ຄັນຮູ້ຊັດເຊິ່ງທຳທັງປວງດ້ວຍປັນຍາອັນຍິ່ງແລ້ວ 

ຍ່ອມກຳນົດຮູ້ທຳທັງປວງ 

ຄັນກຳນົດຮູ້ທຳທັງປວງແລ້ວ 

ໄດ້ສະເຫວີຍເວທະນາຢ່າງໃດຢ່າງໜຶ່ງ ສຸກເເດ່ ທຸກເເດ່ ບໍ່ສຸກບໍ່ທຸກເເດ່

ຍ່ອມພິຈາຣະນາເຫັນຄວາມບໍ່ທ່ຽງໃນເວທະນາເຫລົ່ານັ້ນ 

ພິຈາຣະນາເຫັນຄວາມຄາຍກຳນັດ 

ພິຈາຣະນາເຫັນຄວາມດັບ 

ພິຈາຣະນາເຫັນຄວາມສະລັດຄືນ 


ເມື່ອພິຈາຣະນາເຫັນຢ່າງນັ້ນໆຢູ່ 

ຍ່ອມບໍ່ຢຶດໝັ້ນອັນໃດໆໃນໂລກ 

ເມື່ອບໍ່ຢຶດໝັ້ນ ຍ່ອມບໍ່ສະດຸ້ງ 

ເມື່ອບໍ່ສະດຸ້ງ ຍ່ອມປະຣິນິບພານສະເພາະຕົນ 

ຍ່ອມຮູ້ຊັດວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນທຳໄດ້ທຳສຳເລັດແລ້ວ 

ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ.


----------------------------------------------------

ອັງຄຸຕຕະຣະນິກາຍ ສັຕຕະກະ-

ອັຕຖະກະ-ນະວະກະນິບາຕ 23/74/58


ທຳທັງປວງບໍ່ຄວນຢຶດໝັ້ນ(ສັບເພທຳມາອະນັດຕາ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ