ບ່ອນທີ່ຄວນທ່ຽວໄປ(ລິງຕິດຕັງ)
ທໍາໃນທ່າມກາງ
ພິກຂຸທັງຫລາຍ ! ຖິ່ນແຫ່ງພູເຂົາຊື່ຫິມະພານ ອັນເປັນ ບ່ອນທີ່ໄປໄດ້ຍາກລໍາບາກ ທຸລະກັນດານ ບໍ່ແມ່ນບ່ອນທີ່ ທ່ຽວໄປທັງຂອງຝູງລີງ ທັງຂອງໝູ່ມະນຸດມີຢູ່ ຖິ່ນແຫ່ງ ພູເຂົາຊື່ຫິມະພານ ອັນເປັນບ່ອນທີ່ໄປໄດ້ຍາກລໍາບາກ ທຸລະກັນດານ ເຊິ່ງເປັນບ່ອນທີ່ທ່ຽວໄປຂອງຝູງລີງເທົ່ານັ້ນ ບໍ່ແມ່ນບ່ອນທີ່ທ່ຽວໄປຂອງໝູ່ມະນຸດມີຢູ່; ພູມີພາກແຫ່ງ ພູຜາຊື່ຫິມະພານທີ່ຮາບພຽງດີ ໜ້າຊື່ນຊົມ ເປັນບ່ອນທີ່ ທ່ຽວໄປທັງຂອງຝູງລີງ ທັງຂອງໝູ່ມະນຸດມີຢູ່ ໃນທີ່ນັ້ນ ພວກນາຍພານວາງຕັງໄວ້ໃນທາງເດີນຂອງຝູງລີງເພື້ອດັກລີງ ໃນລີງເຫຼົ່ານັ້ນ ລີງເຫຼົ່າໃດບໍ່ໂງ່ ບໍ່ລັອກແລັກ ລີງ ເຫຼົ່ານັ້ນເຫັນກັບດັກແລ້ວ ຍ່ອມຫຼີກອອກຫ່າງ ສ່ວນລີງ ໃດໂງ່ ມີຄວາມລັອກແລັກ ລີງເຫຼົ່ານັ້ນເຂົ້າໄປໃກ້ຕັງນັ້ນແລ້ວ ກໍເອົາມືຈັບ ມືກໍຕິດຕັງ ມັນກໍເອົາມືຂ້າງທີສອງ ຈັບອີກ ດ້ວຍຄິດວ່າຈັກປົດມືອອກ ມືຂ້າງທີສອງກໍຕິດຕັງ ອີກ ມັນກໍເອົາຕີນຈັບ ດ້ວຍຄິດວ່າຈະປົດມືທັງສອງອອກ ຕີນກໍຕິດຕັງອີກ ມັນກໍເອົາຕີນຂ້າງທີສອງຈັບອີກ ດ້ວຍ ຄິດວ່າຈະປົດມືທັງສອງ ແລະ ຕີນອອກ ຕີນຂ້າງທີສອງກໍ ຕິດຕັງອີກ ມັນຈຶ່ງເອົາປາກກັດ ດ້ວຍຄິດວ່າຈະປົດມື ແລະ ຕີນທັງສອງອອກ ປາກກໍຕິດຕັງອີກ ລີງຕົວນັ້ນຖືກມັດໄວ້ ໄດ້ດ້ວຍກໍຣະນີ 5 ປະການຢ່າງນີ້; ນອນຖອນຫາຍໃຈ ເຖິງຄວາມພິນາດ ຈິບຫາຍ ອັນນາຍພານຍ່ອມຈະກະທໍາ ໄດ້ຕາມປາຖະໜາ ນາຍພານແທງລີງຕົວນັ້ນແລ້ວຈຶ່ງຍົກ ຂຶ້ນໄວ້ໃນທີ່ນັ້ນ ບໍ່ໃຫ້ຫຼຸດໄປ ແລ້ວຫຼີກໄປຕາມປາຖະໜາ.
ພິກຂຸທັງຫຼາຍ ! ເລື່ອງລີງທ່ຽວໄປໃນຖີ່ນອື່ນ ອັນ ບໍ່ແມ່ນບ່ອນທີ່ຄວນທ່ຽວໄປ ຍ່ອມເປັນເຊັ່ນນີ້ແລ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນແລ ທ່ານທັງຫຼາຍຢ່າ ທ່ຽວໄປໃນທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ເມື່ອທ່ານທັງຫຼາຍ ທ່ຽວໄປໃນທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ມານຈັກໄດ້ຊ່ອງທາງ ມານຈັກໄດ້ອາຣົມ; ກໍທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ຂອງພິກຂຸຄືອັນໃດ? ຄື: ກາມຄຸນ 5;
ກາມຄຸນ 5 ເປັນແນວໃດ? ຄື:
ຮູບທີ່ເຫັນດ້ວຍຈັກຂຸ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ສຽງທີ່ຮູ້ໄດ້ດ້ວຍຫູ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ກິ່ນທີ່ຮູ້ໄດ້ດ້ວຍດັງ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ຣົດທີ່ຮູ້ໄດ້ດ້ວຍລີ້ນ ອັນໜ້າປາຖະໜາ ໜ້າຮັກໃຄ່ ໜ້າ ພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ກໍານັດ; ໂຜດຖັບພະທີ່ຮູ້ໄດ້ດ້ວຍກາຍ ອັນໜ້າປາຖະໜາ ໜ້າຮັກ ໃຄ່ ໜ້າພໍໃຈ ອັນເປັນທີ່ຮັກໃຄ່ ເປັນທີ່ຢົ້ວຍວນຊວນໃຫ້ ກໍານັດ;
ພິກຂຸທັງຫຼາຍ ! ນີ້ຄືທີ່ອື່ນອັນບໍ່ແມ່ນທີ່ໂຄຈອນ ຂອງພິກຂຸ.
ພິກຂຸທັງຫຼາຍ ! ທ່ານທັງຫລາຍຈົ່ງທ່ຽວໄປໃນແດນເຊິ່ງ ເປັນຂອງບິດາຕົນ ອັນເປັນທີ່ໂຄຈອນ ເມື່ອທ່ານ ທັງຫຼາຍທ່ຽວໄປໃນແດນເຊິ່ງເປັນຂອງບິດາຕົນ ອັນເປັນ ທີ່ໂຄຈອນ ມານຈັກບໍ່ໄດ້ຊ່ອງທາງ ມານຈັກບໍ່ໄດ້ອາຣົມ ກໍແດນທີ່ເປັນຂອງບິດາຕົນ ອັນເປັນທີ່ໂຄຈອນຄືອັນໃດ? ຄືສະຕິປັດຖານ 4; ສະຕິປັດຖານ 4 ເປັນແນວໃດ? ຄື:
ພິກຂຸໃນທຳວິໄນນີ້ ຍ່ອມພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ຍ່ອມກໍາຈັດ ອະພິຊາ ແລະ ໂທມະນັດໃນໂລກອອກເສຍໄດ້; ຍ່ອມພິຈາຣະນາເຫັນເວທະນາໃນເວທະນາຢູ່..., ຍ່ອມພິຈາຣະນາເຫັນຈິດໃນຈິດຢູ່..., ຍ່ອມພິຈາຣະນາ ເຫັນທຳໃນທຳຢູ່ ມີຄວາມພຽນ ມີສຳປະຊັນຍະ ມີສະຕິ ຍ່ອມກໍາຈັດອະພິຊາ ແລະ ໂທມະນັດໃນໂລກອອກເສຍ ໄດ້.
ພິກຂຸທັງຫຼາຍ ! ນີ້ຄືແດນເຊິ່ງເປັນຂອງບິດາຕົນ ອັນ ເປັນທີ່ໂຄຈອນຂອງພິກຂຸ.
----------------------------------------------------
ສູຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ 19/168-169/701-703
ບ່ອນທີ່ຄວນທ່ຽວໄປ(ລິງຕິດຕັງ)








