ການບູຊາຕະຖາຄົດ
ທໍາໃນທ່າມກາງ
ການສັກກາຣະ ເຄົາຣົບ ນັບຖື ບູຊາພຣະຕະຖາຄົດດ້ວຍການບູຊາອັນສູງສຸດ
ອານົນທ໌! ພິກຂຸກໍຕາມ ພິກຂຸນີກໍຕາມ ອຸປາສົກ ຫລື ອຸປາສິກາກໍຕາມ ເປັນຜູ້ປະພຶດທຳສົມຄວນແກ່ທຳ ປະຕິບັດຊອບ ປະຕິບັດຕາມທຳຢູ່ ບຸກຄົນນັ້ນແລຊື່ວ່າ ສັກກາຣະ ເຄົາຣົບ ນັບຖື ບູຊາຕະຖາຄົດດ້ວຍການບູຊາອັນສູງສຸດ.
ອານົນທ໌! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກເປັນຜູ້ປະພຶດທັມສົມຄວນແກ່ທັມ ປະຕິບັດຊອບ ປະຕິບັດຕາມທັມຢູ່ ດັ່ງນີ້.
----------------------------------------------------
ມະຫາປະຣິນິພພານສູຕ. ທີ. 10/160/129
ການບູຊາຕະຖາຄົດ








