ກັນລະຍານະມິດ ແລະ ມັກມີອົງ 8

ທໍາໃນທ່າມກາງ

0:00/0:00

🌞ທຳເປັນຮຸ່ງອະຣຸນແຫ່ງອະຣິຍະມັກມີອົງ 8🌞


ພິກຂຸທັງຫຼາຍ! ເມື່ອດວງອາທິດກຳລັງຂຶ້ນ ສິ່ງທີ່ມາກ່ອນ ເປັນນິມິດໃຫ້ເຫັນກ່ອນ ຄືການປາກົດແຫ່ງອະຣຸນ ສັນໃດ;


ພິກຂຸທັງຫຼາຍ! ເມື່ອມີການເກີດຂຶ້ນແຫ່ງອະຣິຍະມັກມີອົງ 8 ຂອງພິກຂຸ ສິ່ງທີ່ມາກ່ອນ ເປັນນິມິດໃຫ້ເຫັນກ່ອນ, ຄືຄວາມເປັນຜູ້ມີ ກັນຍານະມິດ ສັນນັ້ນເໝືອນກັນ.


ພິກຂຸທັງຫລາຍ! ນີ້ຄືຄວາມຫວັງຂອງພິກຂຸຜູ້ມີກັນຍານະມິດ ຄື ເຂົາຈັກຈະເຣີນອະຣິຍະມັກມີອົງ 8 ໄດ້, ຈັກກະທຳໃຫ້ຫຼາຍເຊິ່ງອະຣິຍະມັກມີອົງ 8 ໄດ້.


 ---------------------------------------------------

ມະຫາວາຣ.ສໍ. 19/36/129


ກັນລະຍານະມິດ ແລະ ມັກມີອົງ 8

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ