ບຸກຄົນທີ່ຫຼັບໜ້ອຍຕື່ນຫຼາຍໃນຣາຕຣີ(ນອນບໍ່ຫຼັບ)
ທໍາໃນທ່າມກາງ
ພິກຂຸທັງຫລາຍ! ບຸກຄົນ 5 ຈຳພວກນີ້
ຍ່ອມຫລັບໜ້ອຍຕື່ນຫລາຍໃນຣາຕຣີ
5 ຈຳພວກເປັນຢ່າງໃດ? ຄື:
1. ສະຕຣີທີ່ຄິດເຖິງບຸຣຸດ.
2. ບຸຣຸດທີ່ຄິດເຖິງສະຕຣີ.
3. ໂຈນຜູ້ຄິດຈະລັກຊັບ.
4. ພຣະຣາຊາຜູ້ບຳເພັນພຣະຣາຊະກໍຣະນີຍະກິດ.
5. ພິກຂຸຜູ້ຄິດຝັກໄຝ່ໃນທັມທີ່ປາສະຈາກສັງໂຍດ.
ພິກຂຸທັງຫລາຍ! ບຸກຄົນ 5 ຈຳພວກນີ້ແລຍ່ອມຫລັບໜ້ອຍຕື່ນຫຼາຍໃນຣາຕຣີ.
----------------------------------------------------
#ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ 22/141/137
ບຸກຄົນທີ່ຫຼັບໜ້ອຍຕື່ນຫຼາຍໃນຣາຕຣີ(ນອນບໍ່ຫຼັບ)








