ການຊັກຊວນໃຫ້ສັດທາໃນພຣະພຸດ ພຣະທຳ ພຣະສົງ

ທໍາໃນເບື້ອງຕົ້ນ

0:00/0:00

ການອະນຸເຄາະຄົນອື່ນດ້ວຍການຊັກຊວນໃຫ້ເຂົາເຂົ້າເຖີງ ພຣະພຸດທະເຈົ້າ ພຣະທຳ ພຣະສົງ ເປັນສາຣະນະ


ອານົນ! ພວກເຈົ້າທັງຫລາຍຄວນອະນຸເຄາະຊົນເຫລົ່າໃດແລະຊົນເຫລົ່າໃດທີີ່ສຳຄັນຖ້ອຍຄຳທີ່ຄວນຟັງ ຊົນເຫົ່ຼານັ້ນຈະເປັນມິດ ອາມາດ ຍາດ ຫຼື ສາຍໂລຫິດກໍຕາມ ພວກເຈົ້າທັງຫຼາຍຄວນສັກຊວນໃຫ້ມາຕັ້ງໝັ້ນດຳລົງຢູ່ໃນຖານະ 3 ປະການ. 3 ປະການເປັນແນວໃດ? 

3 ປະການຄື:


1.ຄວນຊັກຊວນໃຫ້ເຂົ້າມາຕັ້ງໝັ້ນດຳລົງຢູ່ໃນຄວາມເຫຼື່ອມໃສຢ່າງບໍ່ຫວັ້ນໄຫວໃນພຣະພຸດທະເຈົ້າວ່າ:

ເພາະເຫດຢ່າງນີ້ຢ່າງນີ້ພຣະຜູ້ມີພະພາກເຈົ້ານັ້ນເປັນພຣະອາບະຫັນ ຕຣັດສະຮູ້ຊອບໄດ້ໂດຍພຣະອົງເອງ ເປັນຜູ້ເຖີງພ້ອມດ້ວຍວິຊາ ແລະ ຈາຣະນະ, ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ, ເປັນຜູ້ຝຶກຄົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍີ່ງກ່ວາ, ເປັນຄູຂອງເທວະດາແລະ ມະນຸດທັງຫລາຍ, ເປັນຜູ້ຮູ້,ຜູ້ຕື່ນ,ຜູ້ເບີກບານດ້ວຍທຳ ເປັນຜູ້ມີຄວາມຈະເລີນຈຳແນກທຳສັ່ງສອນສັດດັ່ງນີ້.


2.ຊັກຊວນໃຫ້ມາຕັ້ງໝັ້ນດຳລົງຢູ່ໃນຄວາມເຫຼື່ອມໃສຢ່າງບໍ່ຫວັ່ນໄຫວໃນພຣະທຳວ່າ:

ພຣະທຳເປັນສີ່ງທີ່ພຣະຜູ້ມີພຣະພາກເຈົ້າຕຣັດໄວ້ດີແລ້ວ, ເປັນສີ່ງທີ່ຜູ້ສຶກສາ ແລະ ປະຕິບັດຍ່ອມເຫັນໄດ້ດ້ວຍຕົນເອງ, ເປັນສີ່ງທີ່ປະຕິບັດໄດ້ ແລະ ໃຫ້ຜົນໄດ້ບໍ່ຈຳກັດການ, ເປັນສີ່ງທີ່ຄວນກ່າວແກ່ຜູ້ອື່ນວ່າ ທ່ານຈົ່ງມາເບີ່ງເຖີດ, ເປັນສີ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ, ເປັນສີ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ ດັ່ງນີ້.


3.ຄວນຊັກຊວນໃຫ້ມາຕັ້ງໝັ້ນດຳລົງຢູ່ໃນຄວາມເຫຼື່ອມໃສຢ່າງບໍ່ຫວັ່ນໄຫວໃນພຣະສົງວ່າ:

ສົງສາວົກຂອງພຣະຜູ້ມີພຣະພາກເຈົ້າເປັນຜູ້ປະຕິບັດດີແລ້ວ, ເປັນຜູ້ປະຕິບັດຕົງແລ້ວ, ເປັນຜູ້ປະຕິບັດໃຫ້ຮູ້ທຳເຄື່ອງອອກຈາກທຸກແລ້ວ, ເປັນຜູ້ປະຕິບັດສົມຄວນແລ້ວໄດ້ແກ່ບຸກຄົນເຫຼົ່ານີ້ຄື: ຄູ່ແຫ່ວບຸຣຸດ 4 ຄູ່, ນັບຮຽນໂຕໄດ້ 8 ບຸລຸດ, ຮັ້ນແລຄືສົງສາວົກຂອງພຣະຜູ້ມີພຣະພາກເຈົ້າ, ເປັນສົງຄວນແກ່ສະກະຣະທີ່ເຂົານຳມາບູຊາ, ເປັນສົງທີ່ຄວນແກ່ສັກກະຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄວນຮັບທັດຂີນາທານ, ເປັນສົງທີ່ບຸກຄົນຄວນທຳອັນຊະລີ, ເປັນສົງທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍີ່ງກ່ວາ ດັ່ງນີ້.



ການຊັກຊວນໃຫ້ສັດທາໃນພຣະພຸດ ພຣະທຳ ພຣະສົງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ