ອານິສົງການຈະເຣີນເມດຕາ 11 ປະການ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ ! ເມື່ອເມດຕາເຈໂຕວິມຸດ ອັນບຸກຄົນເສບຄົບແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນໂດຍລຳດັບ ສັ່ງສົມດີແລ້ວ ປາຣົບດີແລ້ວ ຍ່ອມຫວັງ ອານິສົງ 11 ປະການ, 11 ປະການເປັນແນວໃດ? ຄື:
1. ຍ່ອມຫລັບເປັນສຸກ.
2. ຍ່ອມຕື່ນເປັນສຸກ.
3. ຍ່ອມບໍ່ຝັນຮ້າຍ.
4. ຍ່ອມເປັນທີ່ຮັກຂອງມະນຸດທັງຫຼາຍ.
5. ຍ່ອມເປັນທີ່ຮັກຂອງອະມະນຸດທັງຫຼາຍ.
6. ເທວະດາທັງຫລາຍຍ່ອມຮັກສາ.
7. ໄຟ ຢາພິດ ຫລື ສັດຕຣາຍ່ອມບໍ່ກ້ຳກ່າຍໄດ້.
8. ຈິດຍ່ອມຕັ້ງໝັ້ນໂດຍໄວ.
9. ສີໜ້າຜ່ອງໃສ.
10. ເປັນຜູ້ບໍ່ຫລົງທຳກາລະ.
11. ເມື່ອບໍ່ບັນລຸທັມທີ່ຍິ່ງຂຶ້ນໄປຍ່ອມເຂົ້າເຖິງພຣົມມະໂລກ.
ພິກຂຸທັງຫລາຍ ! ເມື່ອເມດຕາເຈໂຕວິມຸດ ອັນບຸກຄົນເສບຄົບແລ້ວ ຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໃຫ້ຕັ້ງໝັ້ນໂດຍລຳດັບ ສັ່ງສົມດີແລ້ວ ປາຣົບດີແລ້ວ ຍ່ອມຫວັງອານິສົງ 11 ປະການນີ້ແລ.
----------------------------------------------------
ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ທະກະສະ-ເອກາທະສະກະນິບາຕ ພາສາໄທ ສະບັບຫລວງ ເຫລັ້ມທີ 24 ໜ້າທີ 316/222
ອານິສົງການຈະເຣີນເມດຕາ 11 ປະການ








