ເຮັດໃຈໃຫ້ເໜືອນກັບແຜ່ນດິນ

ທໍາໃນທ່າມກາງ

0:00/0:00

🏜️ການມີໃຈປະດ້ວຍເມດຕາອຸປະມາເໝືອນແຜ່ນດິນ🏜️


 ພິກຂຸທັງຫລາຍ ! ປຽບເໝືອນບຸຣຸດຖືເອົາສຽມ ແລະ ກະຊ້າມາແລ້ວ ກ່າວຢ່າງນີ້ວ່າ ເຮົາຈັກກະທຳແຜ່ນດິນອັນໃຫຍ່ນີ້ບໍ່ໃຫ້ເປັນແຜ່ນດິນ ດັ່ງນີ້, ເຂົາຂຸດລົງໃນທີ່ນັ້ນໆ ຊ້ວນດິນຖິ້ມໃນທີ່ນັ້ນໆ ບ້ວນນ້ຳລາຍລົງໃນທີ່ນັ້ນ ຖ່າຍປັດສາວະຫົດໃນທີ່ນັ້ນໆ ແລ້ວເວົ້າວ່າ ຢ່າເປັນແຜ່ນດິນໆ ດັ່ງນີ້.


 ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸດນັ້ນຈັກກະທຳແຜ່ນດິນອັນໃຫຍ່ນີ້ບໍ່ໃຫ້ເປັນແຜ່ນດິນໄດ້ ຫລືບໍ່?


ບໍ່ໄດ້ເລີຍ ພຣະອົງຜູ້ຈະເຣີນ


ຂໍ້ນັ້ນເພາະເຫດໃດ?


ເພາະເຫດວ່າ ແຜ່ນດິນອັນໃຫຍ່ຫລວງນີ້ ເລິກຫາປະມານບໍ່ໄດ້ ເຂົາຈະກະທຳແຜ່ນດິນອັນໃຫຍ່ຫລວງນີ້ບໍ່ໃຫ້ເປັນແຜ່ນດິນບໍ່ໄດ້ງ່າຍເລີຍ ແລະ ບຸຣຸດນັ້ນຈະຕ້ອງອິດເມື່ອຍລຳບາກເສຍເປົ່າແນ່ນອນ ນີ້ສັນໃດ;


 ພິກຂຸທັງຫລາຍ ! ທາງແຫ່ງຖ້ອຍຄຳທີ່ບຸກຄົນອື່ນຈະກ່າວກັບເຈົ້າມີຢູ່ 5 ປະການຄື:


1. ການກ່າວໂດຍການອັນສົມຄວນ ຫຼື ບໍ່ສົມຄວນ.

2. ກ່າວດ້ວຍເລື່ອງຈິງ ຫຼື ເລື່ອງບໍ່ຈິງ.

3. ກ່າວດ້ວຍຄຳອ່ອນຫວານ ຫຼື ຄຳຫຍາບຄາຍ .

4. ກ່າວດ້ວຍຄຳປະກອບດ້ວຍປະໂຫຍດ ຫຼື ບໍ່ປະກອບດ້ວຍປະໂຫຍດ.

5. ມີຈິດເມດຕາ ຫຼື ມີໂທສະໃນພາຍໃນກ່າວ.


ພິກຂຸທັງຫລາຍ ! 

- ເມື່ອບຸກຄົນອື່ນຈະກ່າວໂດຍການອັນສົມຄວນ ຫືຼ ບໍ່ສົມຄວນກໍຕາມ, 

- ຈະກ່າວດ້ວຍເລື່ອງຈິງ ຫຼື ເລື່ອງບໍ່ຈິງກໍຕາມ, 

- ຈະກ່າວດ້ວຍຖ້ອຍຄໍາອ່ອນຫວານ ຫືຼ ຄຳຫຍາບຄາຍກໍຕາມ, 

- ຈະກ່າວດ້ວຍຖ້ອຍຄໍາທີ່ປະກອບດ້ວຍປະໂຫຍດ ຫຼື ບໍ່ປະກອບດ້ວຍປະໂຫຍດກໍຕາມ, 

- ຈະມີຈິດເມດຕາ ຫຼື ມີໂທສະໃນພາຍໃນກ່າວກໍຕາມ;


 ພິກຂຸທັງຫລາຍ ! ໃນຂໍ້ນັ້ນ ພວກເຈົ້າທັງຫຼາຍຈົ່ງສຶກສາຢ່າງນີ້ວ່າ:

- ຈິດຈັກບໍ່ປັ່ນປວນ 

- ຈັກບໍ່ກ່າວວາຈາອັນຊົ່ວຫຍາບ 

- ຈັກອະນຸເຄາະດ້ວຍສິ່ງອັນເປັນປະໂຫຍດ 

- ຈັກມີເມດຕາ ບໍ່ມີໂທສະໃນພາຍໃນ 

- ຈັກແຜ່ເມດຕາໄປເຖິງບຸກຄົນນັ້ນ ແຜ່ເມດຕາຈິດອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວນ ບໍ່ມີພະຍາບາດ ໄປຕະຫລອດໂລກທັງປວງ ທຸກທິດທຸກທາງ ເຊິ່ງເປັນອາລົມຂອງຈິດນັ້ນ ດັ່ງນີ້.


ພິກຂຸທັງຫຼາຍ ! ພວກເຈົ້າທັງຫລາຍຄວນສຶກສາດ້ວຍອາການດັ່ງທີ່ກ່າວມານີ້ແລ.


----------------------------------------------------

#ມັຊຊິມະນິກາຍ ມູລປັນນາສ 12/176-177/268


ເຮັດໃຈໃຫ້ເໜືອນກັບແຜ່ນດິນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ