ລະຄວາມເພີນທຸກໆອິຣິຍະບົດ
ທໍາໃນທ່າມກາງ
ພິກຂຸທັງຫຼາຍ! ເມື່ອພິກຂຸກຳລັງຢ່າງຢູ່
ຖ້າເກີດຄວາມຄຸ້ນຄິດໃນກາມ (ກາມມະວິຕົກ) ຫຼື
ຄຸ້ນຄິດໃນທາງເດືອດແຄ້ນ (ພະຍາບາດວິຕົກ) ຫຼື
ຄຸ້ນຄິດໃນທາງບຽດບຽນ (ວິຫິງສາວິຕົກ) ຂື້ນມາ ແລະ
ພິກຂຸກໍບໍ່ຮັບເອົາຄວາມຄຸ້ນຄິດນັ້ນໄວ້ ສະລະຖີ້ມໄປ ຖ່າຍຖອນອອກ ທຳໃຫ້ສິ້ນສຸດລົງໄປໂດຍບໍ່ມີເຫຼືອ,
ພິກຂຸທີ່ເປັນເຊັ່ນນີ້ ແມ້ກຳລັງຢ່າງຢູ່ ກໍຮ້ອງວ່າເປັນຜູ້ທຳຄວາມພຽນເຜົາກິເລດ ຮູ້ສຶກຢ້ານກວາຕໍ່ສິ່ງລາມົກ ເປັນຄົນປາຣົບຄວາມພຽນ ອຸທິດຕົນໃນການເຜົາກິເລດຢູ່ເນຶ່ອງນິດ.
ພິກຂຸທັງຫຼາຍ! ເມື່ອພິກຂຸກຳລັງຢືນຢູ່
ຖ້າເກີດຄວາມຄຸ້ນຄິດໃນກາມ (ກາມມະວິຕົກ) ຫຼື
ຄຸ້ນຄິດໃນທາງເດືອດແຄ້ນ (ພະຍາບາດວິຕົກ) ຫຼື
ຄຸ້ນຄິດໃນທາງບຽດບຽນ (ວິຫິງສາວິຕົກ) ຂື້ນມາ ແລະ
ພິກຂຸກໍບໍ່ຮັບເອົາຄວາມຄຸ້ນຄິດນັ້ນໄວ້ ສະລະຖີ້ມໄປ ຖ່າຍຖອນອອກ ທຳໃຫ້ສິ້ນສຸດລົງໄປໂດຍບໍ່ມີເຫຼືອ,
ພິກຂຸທີ່ເປັນເຊັ່ນນີ້ ແມ້ກຳລັງຢືນຢູ່ ກໍຮ້ອງວ່າເປັນຜູ້ທຳຄວາມພຽນເຜົາກິເລດ ຮູ້ສຶກຢ້ານກວາຕໍ່ສິ່ງລາມົກ ເປັນຄົນປາຣົບຄວາມພຽນ ອຸທິດຕົນໃນການເຜົາກິເລດຢູ່ເນຶ່ອງນິດ.
ພິກຂຸທັງຫຼາຍ! ເມື່ອພິກຂຸກຳລັງນັ່ງຢູ່
ຖ້າເກີດຄວາມຄຸ້ນຄິດໃນກາມ (ກາມມະວິຕົກ) ຫຼື
ຄຸ້ນຄິດໃນທາງເດືອດແຄ້ນ (ພະຍາບາດວິຕົກ) ຫຼື
ຄຸ້ນຄິດໃນທາງບຽດບຽນ (ວິຫິງສາວິຕົກ) ຂື້ນມາ ແລະ
ພິກຂຸກໍບໍ່ຮັບເອົາຄວາມຄຸ້ນຄິດນັ້ນໄວ້ ສະລະຖີ້ມໄປ ຖ່າຍຖອນອອກ ທຳໃຫ້ສິ້ນສຸດລົງໄປໂດຍບໍ່ມີເຫຼືອ,
ພິກຂຸທີ່ເປັນເຊັ່ນນີ້ ແມ້ກຳລັງນັ່ງຢູ່ ກໍຮ້ອງວ່າເປັນຜູ້ທຳຄວາມພຽນເຜົາກິເລດ ຮູ້ສຶກຢ້ານກວາຕໍ່ສິ່ງລາມົກ ເປັນຄົນປາຣົບຄວາມພຽນ ອຸທິດຕົນໃນການເຜົາກິເລດຢູ່ເນຶ່ອງນິດ.
ພິກຂຸທັງຫຼາຍ! ເມື່ອພິກຂຸກຳລັງນອນຢູ່
ຖ້າເກີດຄວາມຄຸ້ນຄິດໃນກາມ (ກາມມະວິຕົກ) ຫຼື
ຄຸ້ນຄິດໃນທາງເດືອດແຄ້ນ (ພະຍາບາດວິຕົກ) ຫຼື
ຄຸ້ນຄິດໃນທາງບຽດບຽນ (ວິຫິງສາວິຕົກ) ຂື້ນມາ ແລະ
ພິກຂຸກໍບໍ່ຮັບເອົາຄວາມຄຸ້ນຄິດນັ້ນໄວ້ ສະລະຖີ້ມໄປ ຖ່າຍຖອນອອກ ທຳໃຫ້ສິ້ນສຸດລົງໄປໂດຍບໍ່ມີເຫຼືອ,
ພິກຂຸທີ່ເປັນເຊັ່ນນີ້ ແມ້ກຳລັງນອນຢູ່ ກໍຮ້ອງວ່າເປັນຜູ້ທຳຄວາມພຽນເຜົາກິເລດ ຮູ້ສຶກຢ້ານກວາຕໍ່ສິ່ງລາມົກ ເປັນຄົນປາຣົບຄວາມພຽນ ອຸທິດຕົນໃນການເຜົາກິເລດຢູ່ເນຶ່ອງນິດແລ.
----------------------------------------------------
-ບາລີ ຈຕຸກກ ອໍ. 21/13/11.
ລະຄວາມເພີນທຸກໆອິຣິຍະບົດ








