ອຸປາສົກຜູ້ປະກອບດ້ວຍທຳ 5 ປະການ ເໝືອນຖືກນຳມາວາງໄວ້ໃນນະຣົກ
ທໍາໃນທ່າມກາງ
ພິກຂຸທັງຫຼາຍ! ອຸປາສົກປະກອບດ້ວຍທັມ 5 ປະການ ເໝືອນຖືກນຳມາວາງໄວ້ໃນນະຣົກ; 5 ປະການເປັນຢ່າງໃດ? ຄື:
ເປັນຜູ້ຂ້າສັດ,
ເປັນຜູ້ລັກຊັບ,
ເປັນຜູ້ປະພຶດຜິດໃນກາມທັງຫຼາຍ,
ເປັນຜູ້ເວົ້າຕົວະ,
ເປັນຜູ້ເສບສຸຣາເມໄຣ ແລະ ສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາດ.
ພິກຂຸທັງຫຼາຍ! ອຸປາສົກປະກອບດ້ວຍທັມ 5 ປະການນີ້ແລ ເໝືອນຖືກນຳມາວາງໄວ້ໃນນະຣົກ.
ພິກຂຸທັງຫລາຍ! ອຸປາສົກປະກອບດ້ວຍທັມ 5 ປະການນີ້ ເໝືອນຖືກເຊີນມາໃນສະຫວັນ; 5 ປະກາຣເປັນຢ່າງໃດ? ຄື:
ເປັນຜູ້ງົດເວັ້ນຈາກການຂ້າສັດ,
ເປັນຜູ້ງົດເວັ້ນຈາກກາຣລັກຊັບ,
ເປັນຜູ້ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ,
ເປັນຜູ້ງົດເວັ້ນຈາກກາຣເວົ້າຕົວະ,
ເປັນຜູ້ງົດເວັ້ນຈາກສຸຣາເມໄຣ ແລະ ສິ່ງມຶນເມົາອັນເປັນທີ່ຕັ້ງແຫ່ງຄວາມປະມາດ.
ພິກຂຸທັງຫຼາຍ! ອຸປາສົກປະກອບດ້ວຍທັມ 5 ປະການນີ້ແລ ເໝືອນຖືກເຊີນມາໃນສະຫວັນ.
----------------------------------------------------
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ 22/183/173
ອຸປາສົກຜູ້ປະກອບດ້ວຍທຳ 5 ປະການ ເໝືອນຖືກນຳມາວາງໄວ້ໃນນະຣົກ








