ລາສຳຄັນຕົນວ່າເປັນງົວ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ! ລາຕິດຕາມໄປຂ້າງຫລັງຝູງງົວ ມັນຮ້ອງວ່າ “ເຮົາກໍເປັນງົວ ເຮົາກໍເປັນງົວ” ແຕ່ສີຂອງມັນບໍ່ເໝືອນງົວ ສຽງຂອງມັນບໍ່ເໝືອນງົວ ຮອຍຕີນຂອງມັນບໍ່ເໝືອນງົວ ມັນເປັນພຽງເດີນຕາມໄປຂ້າງຫລັງຝູງງົວແລ້ວຮ້ອງວ່າ “ເຮົາກໍເປັນງົວ ເຮົາກໍເປັນງົວ” ເທົ່ານັ້ນ ສັນໃດ; 

ພິກຂຸທັງຫລາຍ ພິກຂຸບາງອົງຄ໌ໃນທັມວິໄນນີ້ກໍສັນນັ້ນເໝືອນກັນ ຕິດຕາມໄປຂ້າງຫລັງໝູ່ພິກຂຸຮ້ອງປະກາດວ່າ “ເຮົາກໍເປັນພິກຂຸ ເຮົາກໍເປັນພິກຂຸ” ແຕ່ເຂົາ<b>ບໍ່ມີຄວາມພໍໃຈໃນການສະມາທານອະທິ ສີນລະສິກຂາ</b> ເໝືອນພິກຂຸອື່ນ <b>ບໍ່ມີຄວາມພໍໃຈໃນການສະມາທານອະທິຈິດຕະສິກຂາ</b> ເໝືອນພິກຂຸອື່ນ <b>ບໍ່ມີຄວາມພໍໃຈໃນການສະມາທານອະທິປັນຍາສິກຂາ</b> ເໝືອນພິກຂຸອື່ນ ເຂົາເປັນພຽງຜູ້ຕິດຕາມໄປຂ້າງຫລັງໝູ່ພິກຂຸ ແລ້ວຮ້ອງປະກາດວ່າ “ເຮົາກໍເປັນພິກຂຸ ເຮົາກໍເປັນພິກຂຸ” ດັ່ງນີ້ເທົ່ານັ້ນ.


 ພິກຂຸທັງຫລາຍ ເພາະສະນັ້ນແລ ທ່ານທັງຫຼາຍຄວນສຶກສາຢ່າງນີ້ວ່າ: 

  ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນການສະມາທານອະທິສີນລະສິກຂາ, 

 ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນການສະມາທານອະທິຈິດຕະສິກຂາ, 

 ເຮົາຈັກມີຄວາມພໍໃຈຢ່າງແຮງກ້າໃນການສະມາທານອະທິປັນຍາສິກຂາ.

 ພິກຂຸທັງຫຼາຍ! ທ່ານທັງຫຼາຍຄວນສຶກສາຢ່າງນີ້ແລ.


----------------------------------------------------

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ 20/218/522


ລາສຳຄັນຕົນວ່າເປັນງົວ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ