ລັກສະນະຂອງຜູ້ຢູ່ດ້ວຍຄວາມບໍ່ປະໝາດ
ທໍາໃນທ່າມກາງ
ພິກຂຸທັງຫຼາຍ! ພິກຂຸເປັນຜູ້ມີປົກກະຕິຢູ່ດ້ວຍຄວາມບໍ່ປະໝາດເປັນຢ່າງໃດ?
ພິກຂຸກທັງຫຼາຍ!
-> ພິກຂຸສັງລວມລະວັງ ອິນຊີຄື 'ຕາ' ຢູ່ ຈິດຍ່ອມບໍ່ເກືອກກົ້ວ ໃນ 'ຮູບ' ທັງຫຼາຍອັນເປັນວິໄສແຫ່ງການຮູ້ສຶກດ້ວຍ 'ຕາ' ເມື່ອພິກຂຸນັ້ນ ບໍ່ມີຈິດເກືອກກົ້ວແລ້ວ
-> ປຣາໂມດ(ຄວາມເບີກບານ) ຍ່ອມເກີດ ເມື່ອມີປຣາໂມດແລ້ວ
-> ປິຕິຍ່ອມເກີດ ເມື່ອໃຈມີປິຕິ
-> ປັດສະທິ(ຄວາມສະງົບ) ຍ່ອມມີ ເມື່ອມີປັດສະທິ
-> ພິກຂຸນັ້ນຍ່ອມຢູ່ເປັນສຸກ ເມື່ອມີສຸກ
-> ຈິດຍ່ອມຕັ້ງໝັ້ນ ເມື່ອຈິດຕັ້ງໝັ້ນແລ້ວ
-> ທັມທັງຫຼາຍຍ່ອມປະກົດ ເພາະທັມທັງຫຼາຍຍ່ອມປະກົດ
-> ພິກຂຸນັ້ນຍ່ອມເຖິງການຖືກນັບວ່າເປັນຜູ້ມີປົກກະຕິຢູ່ດ້ວຍຄວາມບໍ່ປະໝາດໂດຍແທ້.
(ໃນກໍລະນີແຫ່ງອິນຊີຄື: ຫູ, ດັງ, ລີ້ນ, ກາຍ, ໃຈ ກໍມີໄນຍະດຽວກັນ).
ພິກຂຸທັງຫຼາຍ! ຢ່າງນີ້ແລ ພິກຂຸເປັນຜູ້ມີປົກກະຕິຢູ່ດ້ວຍຄວາມບໍ່ປະໝາດ.
(ໃນກໍລະນີຂອງຜູ້ມີປົກກະຕິຢູ່ດ້ວຍຄວາມປະໝາດ ໄດ້ກວ່າໄວ້ໂດຍມີໄນຍະກົງກັນຂ້າມ)
----------------------------------------------------
-ບາລີ ສພາ. ສໍ. 18/97/143-4
ລັກສະນະຂອງຜູ້ຢູ່ດ້ວຍຄວາມບໍ່ປະໝາດ








