ທຳ 5 ປະການທີ່ມີຄວາມສຳຄັນຕໍ່ຜູ້ເຈັບໄຂ້

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ! ຖ້າທັມ 5 ປະການບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານຄື: ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່ ຕໍ່ການບໍ່ນານເລີຍ.


ທັມ 5 ປະການນັ້ນເປັນຢ່າງໃດ?


ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້

ຍ່ອມພິຈາຣະນາເຫັນຄວາມບໍ່ງາມໃນກາຍ,


ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ,


ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ,


ພິຈາຣະນາເຫັນຄວາມບໍ່ທ່ຽງໃນສັງຂານທັງປວງ,


ເຂົ້າໄປຕັ້ງມະຣະນະສັນຍາໄວ້ໃນພາຍໃນ,


 ພິກຂຸທັງຫລາຍ! ທັມ 5 ປະການນີ້ແລ ບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານ ຄື 

 ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່.


...............................................

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ 22/128/121


ທຳ 5 ປະການທີ່ມີຄວາມສຳຄັນຕໍ່ຜູ້ເຈັບໄຂ້

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ