ຄົນພານຜູ້ບໍ່ສະຫລາດ

ທໍາໃນເບື້ອງຕົ້ນ

0:00/0:00

ເປັນຄົນອະກະຕັນຍູອະກະຕະເວທີ

ຍ່ອມບໍຣິຫານຕົນໃຫ້ຖືກກຳຈັດ


ພິກຂຸທັງຫລາຍ! ຄົນພານຜູ້ບໍ່ສະຫລາດ ເປັນອະສັບປະບຸຣຸດ ປະກອບດ້ວຍທັມ 4 ປະການ ຍ່ອມບໍລິຫານຕົນໃຫ້ຖືກກຳຈັດ ໃຫ້ຖືກທຳລາຍ ເປັນຜູ້ມີໂທດ ວິນຍູຊົນກໍຕິຕຽນ ແລະ ຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນມາກມາຍ ທັມ 4 ປະການເປັນຢ່າງໃດ? ຄື:

* ກາຍ ທຸຈະຣິດ 1,

* ວະຈີ ທຸຈະຣິດ 1,

* ມະໂນ ທຸຈະຣິດ 1,

* ຄວາມເປັນຄົນອະກະຕັນຍູອະກະຕະເວທີ 1.


 ພິກຂຸທັງຫລາຍ! ຄົນພານຜູ້ບໍ່ສະຫລາດ ເປັນອະສັບປະບຸຣຸດ ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມບໍລິຫານຕົນໃຫ້ຖືກກຳຈັດ ໃຫ້ຖືກທຳລາຍ ເປັນຜູ້ມີໂທດ ວິນຍູຊົນກໍຕິຕຽນ ແລະ ຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນມາກມາຍ.


 ພິກຂຸທັງຫລາຍ! ບັນດິດຜູ້ສະຫລາດ ເປັນສັບປະບຸຣຸດ ປະກອບດ້ວຍທັມ 4 ປະການ ຍ່ອມບໍ່ບໍລິຫານຕົນໃຫ້ຖືກກຳຈັດ ບໍ່ຖືກທຳລາຍ ເປັນຜູ້ບໍ່ມີໂທດ ວິນຍູຊົນກໍສັນລະເສີນ ແລະ ຍ່ອມປະສົບກັບບຸນມາກມາຍ; ທັມ 4 ປະການເປັນຢ່າງໃດ?

ຄື: 

* ກາຍ ສຸຈະຣິດ 1,

* ວະຈີ ສຸຈະຣິດ 1,

* ມະໂນ ສຸຈະຣິດ 1,

* ຄວາມເປັນຄົນກະຕັນຍູກະຕະເວທີ 1.


 ພິກຂຸທັງຫລາຍ! ບັນດິດຜູ້ສະຫລາດ ເປັນສັບປະບຸຣຸດ ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມບໍ່ບໍລິຫານຕົນໃຫ້ຖືກກຳຈັດ ບໍ່ຖືກທຳລາຍ ເປັນຜູ້ບໍ່ມີໂທດ ວິນຍູຊົນກໍສັນລະເສີນ ແລະ ຍ່ອມປະສົບກັບບຸນມາກມາຍ.



ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໒໑໖-໒໑໗/໒໒໓


ຄົນພານຜູ້ບໍ່ສະຫລາດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ