ທານຂອງສັບປະບຸຣຸດ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ! ສັບປະບຸຣິສະທານ (ທານຂອງຄົນດີ) 5 ປະການນີ້; 5 ປະການເປັນຢ່າງໃດ? ຄື
ສັບປະບຸຣຸດຍ່ອມໃຫ້ທານດ້ວຍສັດທາ,
ຍ່ອມໃຫ້ທານໂດຍເຄົາຣົບ,
ຍ່ອມໃຫ້ທານໂດຍການອັນຄວນ,
ເປັນຜູ້ມີຈິດອະນຸເຄາະໃຫ້ທານ,
ຍ່ອມໃຫ້ທານໂດຍບໍ່ກະທົບຕົນ ແລະ ຜູ້ອື່ນ,
ພິກຂຸທັງຫລາຍ! ສັບປະບຸຣຸດຄັນໃຫ້ທານດ້ວຍສັດທາແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຮູບງາມ ໜ້າເບິ່ງໜ້າເຫຼື່ອມໃສ ປະກອບດ້ວຍຜິວພັນອັນງາມຢ່າງຍິ່ງໃນບ່ອນທີ່ທານນັ້ນໃຫ້ຜົນ.
ຄັນໃຫ້ທານໂດຍເຄົາຣົບແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີບຸດ ພັນລະຍາ ທາດ ຄົນໃຊ້ ຫລື ຄົນງານເປັນຜູ້ເຊື່ອຟັງ ງ່ຽງໂສຕະລົງສະດັບຄຳສັ່ງ ຕັ້ງໃຈໃຝ່ຮູ້ ໃນບ່ອນທີ່ທານນັ້ນໃຫ້ຜົນ.
ຄັນໃຫ້ທານໂດຍກາລອັນຄວນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຄວາມປາຖະໜາທີ່ເກີດຂຶ້ນຕາມການບໍຣິບູນໃນບ່ອນທີ່ທານນັ້ນໃຫ້ຜົນ.
ຄັນເປັນຜູ້ມີຈິດອະນຸເຄາະໃຫ້ທານແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຈິດນ້ອມໄປເພື່ອບໍຣິໂພກກາມມະຄຸນ 5 ສູງຍິ່ງຂຶ້ນໃນບ່ອນທີ່ທານນັ້ນໃຫ້ຜົນ.
ຄັນໃຫ້ທານໂດຍບໍ່ກະທົບຕົນ ແລະ ບໍ່ກະທົບຜູ້ອື່ນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ແລະຍ່ອມເປັນຜູ້ມີໂພຄະຊັພອັນບໍ່ມີພັຍອັນຕະລາຍມາແຕ່ທີ່ໃດໆ ຄື ຈາກໄຟ ຈາກນ້ຳ ຈາກພຣະຣາຊາ ຈາກໂຈຣ ຈາກຄົນທີ່ບໍ່ເປັນທີ່ຮັກ ຫລື ຈາກທາຍາດໃນບ່ອນທີ່ທານນັ້ນໃຫ້ຜົນ.
ພິກຂຸທັງຫລາຍ! ສັບປະບຸຣິສະທານ 5 ປະການນີ້ແລ.
ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ພາສາໄທ ສະບັບຫລວງ ໜ້າທີ 22/155/148
ທານຂອງສັບປະບຸຣຸດ








