ສິ່ງທີ່ຕ້ອງຮູ້ກ່ຽວກັບກຳ “ກັມ”

ທໍາໃນທ່າມກາງ

0:00/0:00

# ລາຍລະອຽດທີ່ບຸກຄົນຄວນຮູ້ກ່ຽວກັບເລື່ອງກັມ


 ພິກຂຸທັງຫລາຍ!

* ກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

* ເຫດເປັນເເດນເກີດເເຫ່ງກັມ(ນິທານະສັມພະວະແຫ່ງກັມ) ເປັນສິ່ງທີ່ບຸກຄົນຄວນຮູ້,

* ຄວາມມີປະມານຕ່າງໆເເຫ່ງກັມ(ເວມັຕຕະຕາແຫ່ງກັມ) ເປັນສິ່ງທີ່ບຸຄຄົນຄວນຮູ້,

* ຜົນຂອງກັມ(ວິບາກກະແຫ່ງກັມ) ເປັນສິ່ງທີ່ບຸກຄົນຄວນຮູ້,

* ຄວາມດັບເເຫ່ງກັມ(ກັມມະນິໂຣທ) ເປັນສິ່ງທີ່ບຸກຄົນຄວນຮູ້,

* ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງກັມ(ກັມມະນິໂຣທຄາມິນີປະຕິປທາ) ເປັນສິ່ງທີ່ບຸກຄົນຄວນຮູ້....


- ຄຳທີ່ເຮົາກ່າວແລ້ວດັ່ງນີ້ນັ້ນ ເຮົາອາສັຍຫຍັງກ່າວ ?

1. ພິກຂຸທັງຫລາຍ! ເຮົາກ່າວເຈດຕະນາວ່າເປັນກັມເພາະວ່າບຸກຄົນ ເຈດຕະນາແລ້ວ ຍ່ອມກະທຳຊຶ່ງກັມ 

 *ດ້ວຍກາຍ

 *ດ້ວຍວາຈາ

 *ດ້ວຍໃຈ.


2. ພິກຂຸທັງຫລາຍ! ນິທານະສັມພະວະ(ເຫດເປັນແດນເກິດພ້ອມ) ແຫ່ງກັມທັງຫລາຍ ເປັນຢ່າງໃດ ? 

 ພິກຂຸທັງຫລາຍ! ນິທານະສັມພະວະແຫ່ງກັມທັງຫລາຍ ຄື 'ຜັດສະ(ການກະທົບ).'


3. ພິກຂຸທັງຫລາຍ! ເວມັຕຕະຕາ(ຄວາມມີປະມານຕ່າງໆ)

ແຫ່ງກັມທັງຫລາຍ ເປັນຢ່າງໃດ ?

 ພິກຂຸທັງຫລາຍ!  

- ກັມທີ່ເຮັດສັດຕະໃຫ້ສະເວີຍເວທະນາ

ໃນນະຣົກມີຢູ່, 

- ກັມທີ່ເຮັດສັຕໃຫ້ສະເວີຍເວທະນາໃນກຳເນິດ

ເດຣັດສານມີອຢູ່, 

- ກັມທີ່ເຮັດສັຕໃຫ້ສະເວີຍເວທະນາໃນເປຣດວິໄສ

ມີຢູ່, 

- ກັມທີ່ເຮັດສັດຕະໃຫ້ສະເວີຍເວທະນາໃນມະນຸດໂລກມີຢູ່, 

- ກັມທີ່ເຮັດສັດຕະໃຫ້ສະເວີຍເວທະນາໃນເທວະໂລກມີຢູ່. 

 ພິກຂຸທັງຫລາຍ!  

 ນີ້ເຮົາກ່າວວ່າ ເວມັຕຕະຕາແຫ່ງກັມທັງຫລາຍ.


4. ພິກຂຸທັງຫລາຍ! ວິບາກ(ຜົນແຫ່ງການກະທຳ) ແຫ່ງ

ກັມທັງຫລາຍ ເປັນຢ່າງໃດ ?

 ພິກຂຸທັງຫລາຍ! ເຮົາກ່າວວິບາກແຫ່ງກັມທັງຫລາຍ

ວ່າມີຢູ່ 3 ຢ່າງ ຄື:

- ວິບາກໃນທິດຖະທັມ (ຄື ທັນຄວັນ) ຫລືວ່າ 

- ວິບາກກໃນອຸປະປັດຊະ (ຄື ໃນເວລາຕໍ່ມາ) ຫລືວ່າ

- ວິບາກໃນອະປະຣະປະຣິຍາຍະ (ຄືໃນເວລາຕໍ່ມາອີກ). 

 ພິກຂຸທັງຫລາຍ! 

 ນີ້ເຮົາກ່າວວ່າ ວິບາກແຫ່ງກັມທັງຫລາຍ.


5. ພິກຂຸທັງຫລາຍ! ກັມມະນິໂຣທ (ຄວາມດັບບໍ່ເຫຼືອ

ແຫ່ງກັມ) ເປັນຢ່າງໃດ ?

 ພິກຂຸທັງຫລາຍ! ຄວາມດັບແຫ່ງກັມທັງຫຼາຍ 

ຍ່ອມມີເພາະຄວາມດັບແຫ່ງ ຜັດສະ. 


6. ພິກຂຸທັງຫລາຍ! ກັມມະນິໂຣທຄາມິນິປະຕິປະທາ 

(ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫລືອແຫ່ງກັມ) ເປັນຢ່າງໃດ ?

 ພິກຂຸທັງຫລາຍ!  

ອະຣິຍະອັຕຖັງຄິກະມັກ (ອະຣິຍະມັກມີອົງແປດ) ນີ້ນັ້ນເອງ ຄື ກັມມະນິໂຣທຄາມິນິປະຕິປະທາ

ໄດ້ແກ່ສິ່ງເຫລົ້ານີ້ຄື:

* ສັມມາທິດຖິ (ຄວາມເຫັນຖຶກ)

* ສັມມາສັງກັປປະ (ຄວາມດຳຣິຖຶກ)

* ສັມມາວາຈາ (ການເວົ້າຈາຖຶກ)

* ສັມມາກັມມັນຕະ (ການເຮັດການງານຖຶກ)

* ສັມມາອາຊີວະ (ການລ້ຽງຊີວິດຖຶກ)

* ສັມາວາຍາມະ (ຄວາມພາກພຽນຖຶກ)

* ສັມມາສະຕິ (ຄວາມລະເລິກຖືກ)

* ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖຶກ).


 ພິກຂຸທັງຫລາຍ! 

- ເມື່ອໃດອະຣິຍະສາວົກ ຍ່ອມຮູ້ແຈ້ງຊຶ່ງ ກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ນິທານະສັມພະວະແຫ່ງກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ເວມັຕຕະຕາ ແຫ່ງກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ວິບາກແຫ່ງກັມ ຢ່າງນີ້, 

- ຮູ້ແຈ້ງຊຶ່ງ ກັມມະນິໂຣທຢ່າງນີ້, 

- ຮູ້ແຈ້ງຊຶ່ງ ກັມມະນິໂຣທຄາມິນີປະຕິປະທາຢ່າງນີ້;

 ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ້ງຊຶ່ງພຣົມມະຈັນນີ້ວ່າ:

ເປັນເຄື່ອງເຈາະແທງກິເລດ ເປັນທີ່ດັບບໍ່ເຫລືອແຫ່ງກັມ.

 ພິກຂຸທັງຫລາຍ!  

- ຂໍ້ທີ່ເຮົາກ່າວແລ້ວວ່າ 'ກັມ' ເປັນສິ່ງທີ່ບຸກຄົນຄວນຮູ້

- ນິທານະສັມພະວະແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້,

- ເວມັຕຕະຕາ ແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້,

- ວິບາກແຫ່ງກັມ ເປັນສິ່ງທີ່ບຸຄຄົນຄວນຮູ້,

- ກັມມະນິໂຣທ ເປັນສິ່ງທີ່ບຸຄຄົນຄວນຮູ້,

- ກັມມະນິໂຣທຄາມິນິປະຕິປະທາເປັນສິ່ງທີ່ບຸຄຄົນຄວນຮູ້,

ດັ່ງນີ້ນັ້ນ ເຮົາອາໄສຄວາມຂໍ້ນີ້ກ່າວແລ້ວ.



- ສົກ ກ. ອົ້. ໒໒/໔໕໘, ໔໖໓-໔໖໔/໓໓໔.


ສິ່ງທີ່ຕ້ອງຮູ້ກ່ຽວກັບກຳ “ກັມ”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ